ນາຍົກ​ຈີນ​ເຂົ້າຮ່ວມ​ສະມັດຊາ​ໃຫຍ່​ສະຫະປະຊາ​ຊາດ​ສ​ະ​ໄໝ​ທີ 71
2016-09-20 12:12:28  cri 
    ຕອນ​ເຊົ້າວັນ​ທີ 19 ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ນະຄອນ​ນິວຢອກ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ເຄື່ອນ​ຍ້າຍຂະໜາດ​ໃຫຍ່​ຂອງ​ຊາວ​ອົບ​ພະຍົບ​ແລະ​ຊາວ​ຍ້າຍ​ຖິ່ນຖານ​ຂອງ​ສະມັດຊາ​ໃຫຍ່​ສະ​ໄໝ​ທີ 71.

    ​ໂອກາດ​ນີ້, ທ່ານ ຫຼີ​ເຄີ້ສຽງ​ກ່າວ​ວ່າ: ປັດຈຸບັນ, ບັນຫາ​ຊາວ​ອົບ​ພະຍົບ​ແລະ​ຊາວ​ຍ້າຍ​ຖິ່ນຖານ​ນັບ​ມື້​ພົ້ນ​ເດັ່ນ​ຂຶ້ນ ​ເຊິ່ງພົວພັນ​ເຖິງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ, ກະທົບກະ​ເທືອ​ນ​ເຖິງ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ສະນັ້ນ, ປະຊາ​ຄົມ​ໂລກ​ຕ້ອງ​ຮັບ​ມື​ຢ່າງ​ຕັ້ງໜ້າ, ​ແຕ່ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ ຕ້ອງ​ໄດ້ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ປະສານ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ເຕັມ​ສ່ວນ ​ແລະຄວາມ​ພະຍາຍາມ​ຂອງ​ປະ​ເທດ​ທີ່​ເປັນ​ແຫຼ່ງ. ​ແນວ​ໃດ​ກໍ​ດີ, ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ແກ້​ໄຂ​ບັນຫາ​ດ້ວຍ​ການ​ເຈລະຈາ​ກັນ​ແລະ​ການ​ປຶກສາ​ຫາລື​ກັນ.

    ທ່ານ ຫຼີ​ເຄີ້ສຽງ ​ເນັ້ນວ່າ, ຍາມ​ໃດ ຈີນ​ກໍ​​ໃຫ້​ຄວາມ​ສຳຄັນ​ສູງ​​ແລະ​ຕັ້ງໜ້າ​ເຂົ້າຮ່ວມ​​ແກ້​ໄຂ​ບັນຫາ​ດັ່ງກ່າວ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ພວມ​ພັດທະນາ​ໃຫຍ່, ຈີນ​ຍິນ​ດີ​ແບກຫາບ​ໜ້າ​ທີ່​ຕາມ​ຄວາມ​ສາມາດ​ຂອງ​ຕົນ. ພວກ​ເຮົາ​ຈະ​ໃຊ້​ມາດ​ຕະການ​ມະນຸດສະທຳ​ຕ່າງໆ ​ແລະ​ຕັ້ງໜ້າ​ຊອກ​ຄົ້ນການ​ຮ່ວມ​ມື​ສາມ​ຝ່າຍ ຄື​ກັບອົງການຈັດຕັ້ງສາກົນແລະປະເທດພວມພັດທະນາໃນບັນຫາຊາວອົບພະຍົບ​ແລະ​ຊາວ​ຍ້າຍ​ຖິ່ນຖານຢ່າງ​ຕັ້ງໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ