ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 71 ໄຂກອງ​ປະຊຸມ​ອະພິປາຍ​ທົ່ວ​ໄປ​
2016-09-21 16:23:36  cri 
ວັນ​ທີ 20 ກັນຍາ​ນີ້, ກອງ​ປະຊຸມ​ອະພິປາ​ຍທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ໄຂ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ນິວຢອກ, ​ແລະຈະ​ດຳ​ເນີນ​​ໄປ​ຈົນ​ເຖິງ​ວັນທີ 26 ​ເດືອນ​ດຽວ​ກັນ, ​ໂດຍຄາດ​ວ່າ​ຈະ​ມີ​ປະມຸກ​ລັດ​ແລະ​ຜູ້ນຳ​ລັດຖະບານ 140 ກວ່າ​ທ່ານ​ແລະ​ລັດຖະມົນຕີ​ຫຼາຍ​ສິບ​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ປະກອບ​ຄຳ​ເຫັນ.

ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 71 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 13 ກັນຍາ​ນີ້, ​ໂດຍຫົວ​ຂໍ້​ຕົ້ນຕໍ​ໄດ້​ເນັ້ນ " ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ: ສ້າງຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ປັບປຸງ​ໂລກ​ຂອງ​ມະນຸດ​ເຮົາ." ​ຕາມ​ປົກກະຕິ​ແລ້ວ, ສະມັດ​ຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ປະຈຳ​ປີແຕ່​ເດືອນ​ກັນຍາ​ຫາ​ເດືອນ​ທັນ​ວາ​ທຸກ​ປີ. ​ແລະ​ຈະ​ແບ່ງ​ອອກເປັນ​ສອງ​ໄລຍະ​ຄື: ​ໄລຍະ​ທຳ​ອິດ​ແມ່ນ​ການອະພິປາຍ, ຈາກ​ນັ້ນກໍ​ແມ່ນ​ໄລຍະ​ປຶກສາ​ຫາລື​ແລະ​ພິຈາລະນາ​ຫົວ​ຂໍ້​ຕ່າງໆ​ທີ່​ໄດ້​ບັນລຸ​ໃນ​ວາລະ​ປະຊຸມ. ການ​ອະພິປາຍ​ທົ່ວ​ໄປ​ໄດ້​ສ້າງ​ໂອກາດຂອງ​ຄວາມສະ​ເໝີ​ພາບ​ໃນ​ການປຶກສາ​ຫາລື​ບັນຫາ​ສາກົນ​ໃຫ້​ແກ່​ປະ​ເທດ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ