ນາຍົກ​ຈີນ​ເປັນ​ປະທານ​ການ​ສຳ​ມະ​ນາ​ວາລະ​ການ​ພັດທະນາ​ແບ​ບຍືນ​ຍົງປີ 2030 ​ແລະ​ເຜີຍ​ແຜ່​ແຜນການ​ປະຕິບັດຂອງ​ຈີນ
2016-09-21 16:13:47  cri 
  ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​​ເປັນ​ປະທານ​ການ​ສຳ​ມະ​ນາວາລະ​ການ​ພັດທະນາ​ແບ​ບຍືນ​ຍົງປີ 2030 ​​ແລະ​ກ່າວ​ປາ​ໄສ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ນິວຢອກ​ສະຫະລັດອາ​ເມ​ລິ​ກາ​ໃນ​ຕອນ​ບ່າຍ​ວັນ​ທີ 19 ກັນຍາ​ນີ້​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ບັນ​ກີມູນ ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ, ທ່ານ ປິເຕີ ທອມ​ເຊັ​ນ ປະທານ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 71 ພ້ອມ​ດ້ວຍຜູ້​ຮັບຜິດຊອບ​ອົງການຕ່າງໆ​ຂອງສະຫະ​ປະຊາ​ຊາດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນທີ່​ສຳຄັນ​.

  ໂອກາດດັ່ງກ່າວ, ທ່ານ ຫຼີ​ເຄິ້ສຽງ ກ່າວ​ວ່າ, ຕະຫຼອດ​ໄລຍະ 15 ປີຜ່ານມາ, ລັດຖະບານ​ຈີນ​ໄດ້​​ໃຫ້​ຄວາມ​ສຳຄັນ​ສູງ​ແລະກໍປະສົບ​ຜົນສຳ​ເລັດ​​ເຊິ່ງທົ່ວ​ໂລກລ້ວນ​ແຕ່​ສົນ​ໃຈຕໍ່​ການບັນລຸ​ເປົ້າ​ໝາຍສະຫັດ​ສະວັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ຂະນະ​ທີ່​ຈີນ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 ຢ່າງຮອບດ້ານ​ແລ້ວ​ໂດຍ​​ໃຫ້​ສັດຕະ​ຍາ​ບັນ​ແລະ​ຈະ​ເຜີຍ​ແຜ່ "​ແຜນການ​ປະຕິບັດວາລະ​ການ​ພັດທະນາ​ແບ​ບຍືນ​ຍົງປີ 2030 ຂອງ​ຈີນ" ​ເພື່ອ​​ຊີ້​ນຳການຈັດ​ຕັ້ງ​ປະຕິບັດ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຈີນ. ​ແນວ​ໃດ​ກໍ​ດີ, ຈີນ​ໃນ​ຖານະ​​ເປັນ​ປະ​ເທດພວມ​ພັດທະນາທີ່​ມີ​ຄວາມ​ຮັບຜິດຊອບ​ສູງຈຶ່ງຍິນ​ດີຮ່ວມມືກັບ​ສາກົນຢ່າງ​​ຕັ້ງໜ້າ​, ​​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ການ​ຮ່ວມ​ມື​ໃຕ້-​ໃຕ້​ຢ່າງ​ບໍ່​ຢຸດ​ຢັ້ງທັງ​ຍິນ​ດີແບ່ງປັນ​ປະສົບ​ການ​ແລະ​ໂອກາດ​ການ​ພັດທະນາ​ເພື່ອ​ຮ່ວມ​ກັບປະຊາ​ຄົມ​ໂລກ​​ກ້າວ​ໜ້າສີວິ​ໄລ​.

  ການ​ສຳ​ມະ​ນາ​ເທື່ອ​ນີ້​ໄດ້ອອກ​ຖະ​ແຫຼ​ງການ​​ໂດຍ​ສະ​ເໜີ​ນະ​ໂຍບາຍ​ແລະຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຊຸກຍູ້​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ທົ່ວ​ໂລກ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ