ຍົນ​ຖິ້ມ​ລະ​ເລີດB-1Bອາ​ເມ​ລິ​ກາ​ໄດ້​ບິນ​ເຂົ້ານ່ານຟ້າ​​ແຫຼມ​ເກົາຫຼີ​ອີກ​ຄັ້ງ​​ໃໝ່
2016-09-22 15:28:12  cri 

ວັນ​ທີ 21 ກັນຍາ​ນີ້, ກອງ​ບັນຊາ​ການ​ໃຫຍ່​ກອງທັບ​ອາ​ເມ​ລິ​ກາ​ປະຈຳ​ສ ​ເກົາຫຼີ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຢືນຢັນ​ວ່າ​ຍົນ​ຖິ້ມ​ລະ​ເບີດB-1Bຂອງ​ກອງທັບ​ອາ​ເມລິ​ກາ​ໄດ້​ບິນ​ໄປ​ສ ​ເກົາຫຼີ​ໃນ​ວັນ​ດຽວ​ກັນ​ທັງ​ອ້າງ​ວ່າ​ນີ້​ຄື​ມາດ​ຕະການ​ທາງ​ການ​ທະຫານ​ໄລຍະ​ທີ​ໜຶ່ງ​ຂອງ​ສ ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ເພື່ອ​ເພີ່ມ​ທະວີ​ພັນທະ​ມິດ​ລະຫວ່າງ​ສອງ​ປະ​ເທດ. ຂ່າວສາ​ນ​ໂຢນຮັບ ສ​ເກົາຫຼີ​ໄດ້​ວິ​ເຄາະ​ວ່າ: ການ​ທີ່​ຍົນ​ຖິ້ມ​ລະ​ເບີດB-1Bປະຈຳການ​ຢູ່​ສ ​ເກົາຫຼີ​ນັ້ນ​ເປັນ​ກໍລະນີ​ທີ່​ເຫັນ​ໜ້ອຍ​ທີ່​ສຸດ ​ໂດຍ​ມີ​ຈຸດປະສົງ​​ເພື່ອ​ສົ່ງ​ສັນຍານ​ຕັກ​ເຕືອນ​ຕໍ່ສປປ ​ເກົາຫຼີ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ