ຈີນ​ແລະ​ອາ​ຊຽນສຸມ​ໃສ່​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ
2016-09-22 15:30:13  cri 

ກອງ​ປະຊຸມ​ແລກປ່ຽນ​ການຮ່ວມ​ມື​ແລະ​​ເປີດ​ກວ້າງດ້ານ​ການ​ສຶກສາລະ​ຫວ່າງ​ຈີນ-ອາ​ຊຽນ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ ​​ເຂດ​ກວາງຊີ ສປ ຈີນ ​ໃນ​ວັນ​ທີ 21 ກັນຍາ​ນີ້ ​ໂດຍ​ມີ​ຜູ້​ແທນ​ຈາກ​ໂຮງຮຽນ​ພາສາ​ຈີນ ​ແລະ ອົງການ​ສຶກສາ​ວັດທະນະທຳ​ຈີນ 69 ​ແຫ່ງ​ຂອງ 9 ປະ​ເທດ ​ເຊັ່ນ ​ໄທ, ມຽນມາ, ອິນ​ໂດ​ເນ​ເຊຍ, ລາວ ​ແລະ ກຳປູ​ເຈຍ ພ້ອມ​ດ້ວຍ​ຫ້ອງການວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ພາກສ່ວນ​ການສຶກສາຂອງ 28 ​ແຂວງ, ກຳ​ແພງ​ນະຄອນ ​ແລະ ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​​ເກືອບ 200 ທ່ານເຂົ້າຮ່ວມ​ຢ່າງ​ພ້ອມພຽງ.

​ໃນ​ຊຸມ​ປີຜ່ານມາ, ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ເລັ່ງລັດ​ໄວ​ຂຶ້ນ, ​ໂດຍ​ສະ​ເພາະຫຼັງສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຕ້ອງການ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ພາສາ​ຈີນ​ເພີ່ມຂຶ້ນ ​ແລະ​​ມີ​ການ​ນິຍົມ​ກັນ​ຮ່ຳຮຽນ​ພາສາ​ຈີນ​ໃນ​ທົ່ວ​ໂລກ ​ຈຶ່ງ​ມີ​ຄວາມ​ຮຽກຮ້ອງຕ້ອງການສູງ​ກວ່າ​ເກົ່າ​ຕໍ່​ການ​ພັດທະນາ​ການສຶກສາພາສາ​ຈີນ.

ຂະນະ​ດຽວ​ກັນ, ທາງ​ການ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ກໍ​ກຳລັງສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ແລະ​ເປີດ​ກວ້າງດ້ານ​ການ​ສຶກສາ​ລະຫວ່າງ​ຈີນ​-ອາ​ຊຽນ. ຂະນະ​ທີ່ທ່ານ​ສິນ​ຊຸນເສິງ ຫົວໜ້າ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ​ໄດ້​ຢືນຢັນ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ວ່າ: ​ເມື່ອ​ຮອດ​ທ້າຍ​ໄລຍະ​ແຜນການ 5 ປີ​ຄັ້ງທີ 12, ນັກຮຽນ​ແລະ​ນັກ​ສຶກສາຂອງ​ປະ​ເທດ​ໃນ​ອາ​ຊຽນທີ່​ໄປ​ສຶກສາ​ຕໍ່​ຢູ່​ເຂດ​ກວາງຊີ​ໄດ້​ບັນລຸ​ເກືອບ 40.000 ຄົນ, ກວມ​ເກືອບ 80% ຂອງ​ຍອດ​ຈຳນວນນັກຮຽນ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ໄປ​ສຶກສາ​ຕໍ່​ຢູ່​ເຂດ​ກວາງຊີ. ປັດຈຸບັນ, ​ເຂດ​ກວາງຊີ​ໄດ້​ກາຍ​ເປັນ​ໜຶ່ງ​​ທີ່​ນັກຮຽນ​ນັກ​ສຶກສາ​ຂອງ​ປະ​ເທດ​ໃນ​ອາ​ຊຽນ​​ໃຫ້ຄວາມ​ສຳຄັນ​ໃນ​ການເລືອກ​ເປັນ​ເປົ້າໝາຍ​ເພື່ອ​ໄປ​ສຶກສາ​ຕໍ່​ຢູ່​ຕ່າງປະ​ເທດ ​ແລະ​ກໍ​ແມ່ນ​ໜຶ່ງ​ໃນ​ແຂວງ​ແລະ​ເຂດ​ຕ່າງໆ​ຂອງຈີນ​ທີ່ຮັບ​ນັກຮຽນ​ນັກ​ສຶກສາ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຫຼາຍທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ