ນາຍົກ​ຈີນຢ້ຽມຢາມ​ກາ​ນາ​ດາ​ຢ່າງ​ເປັນ​ທາງ​ການ
2016-09-22 14:34:43  cri 

  ​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ ຈັສຕິນ ຕຣູ​ໂດ ນາຍົກລັດຖະ ມົນຕີການາດາ, ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ພ້ອມ​ພັນ​ລະ​ຍາ​ແລະ​ຄະນະໄດ້​ເດີນທາງດ້ວຍ​ຍົນ​ພິ​ເສດ​​ເຖິງ​ນະຄອນຫຼວງອົດ​ຕາ​ວາປະ​ເທດການາດາ​ໃນ​ຕອນ​ບ່າຍວັນ​ທີ 21 ກັນຍາ​ນີ້​ແລະ​ເລີ່​ມຢ້ຽມຢາມ​ປະ​ເທດ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ.

  ທ່ານ ຫຼີ​ເຄິ້ສຽງ ກ່າວວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ກາ​ນາ​ດາ​ມີ​ພື້ນຖານອັນໝັ້ນ​ແກ່ນ, ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ມະຫາສານ​ແລະ​ເປັນ​ໂອກາດ​ການ​ພັດທະນາ​ທີ່​ສຳຄັນ. ​ແນວ​ໃດ​ກໍ​ດີການ​ຢ້ຽມຢາມ​ເທື່ອ​ນີ້ຈະ​ເປັນ​ການ​ເລີ່​ມຕົ້ນ​ກົນ​ໄກ​ພົບ​ປະປະຈຳ​ປີ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີ​ສອງ​ປະ​ເທດຢ່າງ​ເປັນ​ທາງ​ການ​ໂດຍ ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ເລິກ​ເຊິ່ງຕື່ມ​ອີກ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ແລະ​​ເສີມ​ຂະຫຍາຍສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ