ຍານ​ອະວະກາດ "ທ່ຽນ​ກົ່ງ 2"​ເລີ່​ມ​ປະຕິບັດ​ໜ້າ​ທີ່ຢ່າງ​ເປັນ​ທາງ​ການ
2016-09-23 10:44:10  cri 
ນັບ​ແຕ່​ຈີນ​ສົ່ງຍານ​ອະວະກາດ "ທ່ຽນ​ກົ່ງ 2"ຂຶ້ນ​ສູ່​ວົງ​ໂຄຈອນ​ເມື່ອ​ວັນ​ທີ 15 ກັນຍາ​ນີ້​ມາ​ເຖິງ​ປັດຈຸບັນ, ອຸປະກອນຕ່າງໆ​ໃນ​ການ​ທົດ​ລອງ​ວິທະຍາສາດ​ອະວະກາດ​ໃນ​ຍານ​ດັ່ງກ່າວ​ໄດ້​ກຽມພ້ອມ​ມາ​ເປັນ​ເວລາ 7 ວັນ​ແລ້ວ​ແລະ​ໄດ້​ເລີ່​ມ​ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 18 ​ໂມງ​41ນາທີ​ຂອງ​ວັນ​ທີ 22 ກັນຍາ​ນີ້. ​ເມື່ອ​ເປັນ​​ເຊັ່ນ​ນັ້ນ, ສູນ​ຄວບ​ຄຸມ​ການ​ເຮັດ​ວຽກ​ຂອງ​ອຸປະກອນ​ທົດ​ລອງ​ວິທະຍາສາດ​ອະວະກາດ​ແລະ​ການ​ປະຍຸກ​ຂອງ​ຍານ​ອະວະກາດ "ທ່ຽນ​ກົ່ງ 2" ຈະ​ເຂົ້າ​ສູ່​ໄລຍະການ​ປະຕິບັດ​ໜ້າ​ທີ່ຫຼາຍ​ທີ່​ສຸດ​ໃນ​ໄວໆ​ນີ້.

ທ່ານ​ນາງ​ໂກ່​ວລີ້​ລີ້ ຫົວໜ້າ​ສູນ​ຄວບ​ຄຸມ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ອຸປະກອນ​ສ່ວນ​ໃຫຍ່​ຈະ​ເລີ່​ມປະຕິບັດ​ໜ້າ​ທີ່​ການ​ທົດ​ລອງ​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ 30 ກວ່າ​ຊົ່ວ​ໂມງ​ຕໍ່ໜ້າ, ສູນ​ຄວບ​ຄຸມ​​ໄດ້​ກຳນົດ​ເຂດ​​ແຄວ້ນ​ຕິດຕາມ​ວັດ​ແທກ​ແລະ​ລາຍການ​ທົດ​ລອງວິທະຍາສາດ​ທີ່​ເປັນ​ຕົວ​ເດັ່ນ​ຈຳນວນ​ໜຶ່ງ ທັງ​ໄດ້​ສ້າງ​ແຜນ​ປະຕິບັດ​ການ​ຂອງ​ອຸປະກອນ​ຕ່າງໆ​ໂດຍ​ແບ່ງ​ເປັນ 6 ຊຸດ, ພ້ອມ​ດຽວ​ກັນ​ນັ້ນ,​ຍັງ​ໄດ້​ວາງ​ແຜນ​ຮັບ​ມື​ລ່ວງ​ໜ້າ​ຕໍ່​ກັບ​ການ​ປັບປຸງ​ອຸປະກອນ​ຕ່າງໆ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ