ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຂົ້າຊົມ​ງານ​ວາງສະ​ແດງ​ຮູບ​ພາບຢູ່​ອົງການ​ສະຫະປະຊາ​ຊາດ
2016-09-23 15:38:05  cri 

  ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 22 ກັນຍາ​ນີ້ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ທ່ານ ​ຫຼີປາວ​ຕຸ​ງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຊົມງານ​ວາງ​ສະແດງຮູບ​ພາບ​ທີ່​ມີ​ຫົວຂໍ້ "ພາລະກິດ​ສິດທິ​ມະນຸດ​ຂອງ​ຈີນ​ທີ່​ພັດທະນາ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ".

  ​ໂອກາດ​ດັ່ງກ່າວ, ທ່ານ ​ຫຼີປາວ​ຕຸ​ງ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າ​ວວ່າ: ງານ​ວາງສະ​ແດງ​ຮູບ​ພາບ​ເທື່ອ​ນີ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ຈີນ​ມີ​ທ່າ​ອ່ຽງຂະຫຍາຍຕົວ​ດ້ານ​ການ​ປົກ​ປ້ອງ​ສິດທິ​ມະນຸດ​ຢ່າງ​ແຂງ​ແຮງ​ແລະ​ກໍ່ປະສົບ​ຜົນສຳ​ເລັດ​ຢ່າງ​ງົດ​ງາມ​​ໂດຍ​ປະຊາ​ຄົມ​ໂລກ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຈີນ. ການ​ທີ່​ຈັດ​ວາງສະ​ແດງ​ຮູບ​ພາບ​ດັ່ງກ່າວ​ໃນ​ໄລ​ຍະ​ດຳ​ເນີນ​ກອງ​ປະຊຸມ​ສະມັດຊາ​ຂອງ​ອົງການ​ສະຫະ​ປະຊາ​ຊາດຄັ້ງ​ນີ້, ເປັນຜົນ​ດີຫຼາຍ​ຕໍ່​ປະຊາ​ຄົມ​ໂລກ​ໃນ​ການ​ຮັບ​ຮູ້​ແລະ​ເຂົ້າ​ໃຈຄວາມ​ຄືບໜ້າ​ໃນການປົກ​ປ້ອງ​ສິດ​ທິມະນຸ​ດຂອງ​ຈີນ.

  ງານ​ວາງສະ​ແດງ​ຮູບ​ພາບ​ເທື່ອ​ນີ້, ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ເປັນ​ເຈົ້າພາບ​ແລະ​ຈັດ​ໂດຍວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI,  ​ໂດຍ​ໄດ້​ວາງສະ​ແດງ 80 ກວ່າ​ພາບ​ທີ່ສ່ອງ​​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າວໜ້າ​ຂອງ​ພາລະກິດ​ມະນຸດສະທຳ​ຂອງ​ຈີນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໂດຍ​ກົງ​ຈາກ​ຫຼາຍ​ມູມມອງ​ແລະ​ຫຼາຍລະ​ດັບ. ນັບ​ແຕ່​ຈັດ​ງານວາງສະ​ແດງດັ່ງກ່າວຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແຕ່ວັນ​ທີ 19 ກັນຍາ​ນີ້​ເປັນ​ຕົ້ນ​ມາກໍ່ໄດ້ດຶງ​ດູດຄວາມ​ສົນ​ໃຈຈາກເຈົ້າ​ໜ້າ​ທີ່​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປັນ​ຈຳນວນຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ