ຜູ້​ຊ່ຽວຊານ​ຈີນ​ຊ່ວຍ​ມຽນມາ​ປະຕິສັງຂອນ​ທາດ​ສາສະໜາ​ພຸດ
2016-09-23 16:44:11  cri 
    ວັນ​ທີ 24 ສິງຫາ​ນີ້, ຢູ່​ບາ​ກັນ​ທີ່​ໄດ້​ຂະໜານ​ນາມ​ວ່າ "​ເມືອງ​ໝື່ນ​ທາດ" ຂອງ​ມຽນມາ ​ໄດ້​ເກີດ​ໄພ​ແຜ່ນ​ດິນ​ໄຫວ 6,8 ລິກ​ເຕີ ​ເຊິ່ງ​ໄດ້​ທຳລາຍ​ທາດ​ສາສະໜາ​ພຸດ 400 ກວ່າທາດ​ໃນ​ລະດັບ​ຕ່າງ​ກັນ.

    ຫວ່າງ​ມໍ່ໆ​ມາ​ນີ້, ໜ່ວຍ​ງານຜູ້​ຊ່ຽວຊານ​ດ້ານ​ການ​ປະຕິສັງຂອນ​ສະຖາປັດຕະຍະກຳ​ບູຮານ​ຈາກ​ຈີນ​ໜ່ວຍ​ໜຶ່ງ ​ໄດ້​ເດີນທາງ​ເຖິງ​ເມືອງ​ບາ​ກັນ ​ເພື່ອ​ຊ່ວຍ​ມຽນມາ​ໃນ​ໂຄງການ​ປະຕິສັງຂອນ​ທາດ​ສາສະໜາ​ພຸດ. ວັນ​ທີ 21 ກັນຍາ​ນີ້, ທ່ານ ຮົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ​ກ່າວ​ວ່າ, ຜູ້​ຊ່ຽວຊານ​ຈີນ​ເຄີຍ​ປະຕິສັງຂອນ​ສະຖາປັດຕະຍະກຳ​ບູຮານ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ ​ເຊັ່ນ​ວັດ​ຈາວ​ໄຊ​ຂອງ​ອັງ​ກໍ​ວັດ​ກຳປູ​ເຈຍ​​ເປັນຕົ້ນ, ​ເທື່ອ​ນີ້ ຜູ້​ຊ່ຽວຊານ​ຈີນ​ຈະ​ປະສານ​ສົມທົບ​ກັບ​ມຽນມາ​ແລະອົງການ​ການ​ສຶກສາ, ວິທະຍາສາດ ​ແລະ​ວັດທະນະທຳ​ ສ.ປ.ຊ ຫຼື​ອົງການ​ອຸຍ​ເນ​ສະ​ໂກ ​ເພື່ອ​ປະ​ເມີນ​ສະພາບ​ການ​ເສຍ​ຫາຍ​ຂອງ​ທາດ​ສາສະໜາ​ພຸດ​ແລະ​ວາງ​ແຜນການ​ເບື້ອງ​ຕົ້ນກ່ຽວ​ກັບ​ໂຄງການ​ປະຕິສັງຂອນ. ​ແນວ​ໃດ​ກໍ​ດີ, ມຽນມາ​ຄາດ​ວ່າ, ​ໂຄງການ​ປະຕິສັງຂອນ​ເທື່ອ​ນີ້ ຈະ​ໃຊ້ເວລາ​ສອງ​ເຖິງ​ສາມ​ປີ.

    ບາ​ກັນ ​ແມ່ນ​ລາຊະທານີ​ຂອງ​ລາຊະ​ອານາຈັກ​ບາ​ກັນ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ​ຂອງ​ມຽນມາ ​ແລະ​ປັດຈຸບັນ ​ໃນ​ເມືອງ​ມີ​ທາດ​ສາສະໜາ​ພຸດ​ທີ່​ມີ​ປະຫວັດສາດຫຼາຍຮ້ອຍ​ປີ​ຈົນກະທັ້ງໜຶ່ງ​ພັນ​ກວ່າ​ປີນັ້ນ ຫຼາຍກວ່າ 2000 ທາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ