ກິດຈະກຳ"ສຳຜັດ​ຈີນ·​​ເດີນທາງ​ຢູ່​ໄທ"ຈັດ​ຂຶ້ນ​ຢູ່​ບາງກອກ
2016-09-24 14:29:53  cri 
ກິດ​ຈະ​ກຳ​ຕ່າງ​ໆ​ທີ່​ມີ​ຫົວ​ຂໍ້​ວ່າ"ສຳຜັດ​ຈີນ·​​ເດີນທາງ​ຢູ່​ໄທ"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງ​ກອກ​ຂອງ​ໄທ​ໃນ​ວັນ​ທີ 23 ກັນຍາ​ນີ້ ​ໂດຍ​ມີ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ ສະຖານທູດ​ຈີນ​ປະຈຳ​ໄທ​ ແລະ ​ສະມາຄົມ​ມິດຕະພາບ​ໄທ-​ຈີນ​ເປັນ​ເຈົ້າພາບ​ຮ່ວມ​ກັນ.

ກິດຈະກຳ​ໃນ​ວັນ​ທີ 23 ກັນຍາ​ນີ້ລວມທັງ: ພິທີ​​ເປີດ​ກິດຈະກຳ"ສຳຜັດ​ຈີນ·​​ເດີນທາງ​ຢູ່​ໄທ"ກໍ​ຄື​ງານ​ວາງສະ​ແດງ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ມິດຕະພາບ​ຈີນ​-​ໄທ​ທີ່​ມີ​ຫົວ​ຂໍ້​ວ່າ"ພວກ​ເຮົາ​ຢູ່​ຮ່ວມ​ກັນ",ງານ​ວາງສະ​ແດງໜັງສື​ດີ​ເລີດທີ່​ມີ​ຫົວ​ຂໍ້​ກ່ຽວ​ກັບ​ຈີນ ພ້ອມ​ດ້ວຍ​ງານ​ຮ້ອງ​​ເພງ​ມິດຕະພາບ​ຈີນ-​ໄທ​ທີ່​ມີ​ຫົວ​ຂໍ້​ວ່າ"ສຽງ​ເພງ​ຢູ່​​ເທິງ​ທ້ອງຟ້າສະຫຍາມ"​ແລະ​ອື່ນໆ.

ທ່ານ​ຫວາງ​ຊື້​ໝີ​ງ ຮອງ​ປະທານ​ປະຈຳການ​ສະ​ຖາ​ບັນ​ຄົ້ນຄວ້າ​ວຽກ​ງານ​ແນວ​ຄິດ​ການ​ເມືອງ​ຈີນ​ໄດ້​ກ່າວຄຳ​ປາ​ໄສ​ໃນ​ພິທີ​ເປີດ​ໂດຍ​ກ່າວ​ວ່າ: ກິດຈະກຳ​​"ສຳຜັດ​ຈີນ"ມີ​ຈຸດປະສົງ​ເພື່ອ​ສ້າງ​ຂົວ​ທີ່​ເຊື່ອມ​ຕໍ່​ຈິດ​ໃຈ​ແລະ​ຄວາມ​ຮັກ​ແພງ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ​ໄທ​ດ້ວຍ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ​ແລະ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ຊາດ​ຍິ່ງ​​ໃກ້ຊິດ​ຕື່ມ​ອີກ.

ງານ​ວາງສະ​ແດງ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ມິດຕະພາບ​ຈີນ​-​ໄທ​ທີ່​ມີ​ຫົວ​ຂໍ້​ວ່າ"ພວກ​ເຮົາ​ຢູ່​ຮ່ວມ​ກັນ"​ໄດ້​ສະ​ແດງ​ໃຫ້​​ເຫັນ​ເລື່ອງ​ລາວ​ຕ່າງໆ​ທີ່​ສະ​ເທືອ​ນ​ໃຈ​ຄົນແລະ​ມີ​ຊີວິດ​ຊີວາ​ເຊິ່ງ​ເກີດ​ຂຶ້ນ​ຢູ່​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ​ໄທ​ດ້ວຍ​ຮູບ​ພາບ ໜັງສື​ ​ວິ​ດີ​​ໂອ​ແລະ​ຮູບ​ການ​ອື່ນໆ, ​​​ແລະ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງລະຫວ່າງ​ຈີນ​ກັບ​ໄທ​ໃນ​ຂົງ​ເຂດ​ວັດທະນະທຳ ການ​ສຶກສາ​ ​ເສດຖະກິດ​ການ​ຄ້າ​ແລະ​ອື່ນ​ໆ.

ກິດຈະກຳ"ສຳຜັດ​ຈີນ·​​ເດີນທາງ​ຢູ່​ໄທ"ຍັງ​ຈະ​ໄປ​ຈັດ​ຂຶ້ນ​ຢູ່​ຊຽງ​ໄໝ່,​ແລະ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 30 ກັນຍາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ