ທ່ານ​ສີ​ຈິ້ນ​ຜິ​ງຊົມການ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້ "ປະຫວັດວິລະ​ຊົນ, ຄຸນງາມຄວາມດີ​ທີ່​ບໍ່​ມີ​ວັນ​ເສົ້າໝອງ"
2016-09-24 15:40:38  cri 

​ເນື່ອງ​ໃນ​ໂອກາດ​ລະນຶກວັນໄຊຊະນະ​ແຫ່ງ​ການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງທັບ​ແດງ​ກຳມະກອນ​ຊາວກະສິກອນຈີນ​ຄົບຮອບ 80 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການການ​ທະຫານ​ສູນ​ກາງ ສປ ຈີນ​ໄດ້​ເດີນທາງ​ໄປ​ຫໍພິພິດທະພັນ​ການ​ທະຫານ​ປະຕິ​ວັດ​ປະຊາຊົນ​ຈີນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 23 ກັນຍາ​ນີ້​ເພື່ອ​ຊົມ​ການວາງສະ​ແດງທີ່​ມີ​ຫົວ​ຂໍ້ "ປະຫວັດ​ວິ​ລະ​ຊົນ,ຄຸນງາມຄວາມດີ​ທີ່​ບໍ່​ມີ​ວັນ​ເສົ້າໝອງ​ເພື່ອ​ລະນຶກ​ວັນໄຊຊະນະ​ແຫ່ງ​ການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງທັບ​ແດງ​ກຳມະກອນ​ຊາວກະສິກອນຈີນ​ຄົບຮອບ 80 ປີ." ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ​ເມື່ອ 80 ປີກ່ອນ, ພັກ​ກອມ​ມູນິດ​ຈີນ​ໄດ້​ນຳພາ​ກອງທັບ​ແດງ​ກຳມະກອນ​ຊາວນາ​ຈີນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມ​ອັນຕະລາຍ​ຕ່າງ​ໆ​ນານາ​,ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ມີ​ໄຊ​ໃນການ​ເຄື່ອນ​ທັບ​ທາງ​ໄກ​ເປັນ​ໄລຍະຍາວ​ເຖິງ 1 ໝື່ນ 2500 ກິ​ໂລ​ແມັດ ​ເຊິ່ງ​ເປັນ​ເຫດ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ ​ແລະ​​ເຫດການ​ອັນ​ຍິ່ງ​ໃຫຍ່​ດັ່ງກ່າວ​ນີ້ຈະ​ຖືກ​ຈາລຶກ​ໄວ້​ໃນ​ປະຫວັດສາດ​ແຫ່ງ​ການ​ປະຕິວັດ​​ຈີນແລະ​ປະຊາ​ຊາດ​ຈີນ​ຕະຫຼອດ​ໄປ. ​​ໄຊຊະນະ​ແຫ່ງ​ການ​ເຄື່ອນ​ທັບ​ທາງ​ໄກ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ພະລັງ​ແຮງ​ດ້ານ​ຈິດ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ອຸດົມ​ການ​ປະຕິວັດ​. ຊູ່​ມື້​ນີ້,ຍຸກ​ສະ​ໄໝ​ແລະ​ເງື່ອນ​ໄຂ​ໄດ້​​ເກີດ​ມີ​ການ​ປ່ຽນ​ແປງ, ​ແຕ່​ອຸດົມ​ການ​ແລະ​ພາລະກິດ​ທີ່ສະມາຊິກ​ພັກ​ກອມມູນິດ​ພວກ​ເຮົາ​ໄດ້​ພະຍາຍາມ​ສູ້​ຊົນ​ຕະຫຼອດ​ມາ​ນັ້ນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ.​ແນວ​ໃດ​ກໍ​ດີ, ພວກ​ເຮົາ​ຄວນ​ຈົດ​ຈຳ​ຄຸນງາມ​ຄວາມ​ດີ​ແລະ​ຜົນງານ​ອັນ​ຍິ່ງ​ໃຫຍ່​ຂອງ​ກອງທັບ​ແດງ, ​ເຊີດ​ຊູ​ຈິດ​ໃຈ​ການ​ເຄື່ອນ​ທັບ​ທາງ​ໄກ​ທີ່​ຍິ່ງ​ໃຫຍ່, ສຸມ​ໃສ່ສຶກສາ​ອົບຮົມ ດ້ານ​ລັດທິ​ຮັກ​ຊາດ​ແລະ​ມູນ​ເຊື້ອປະຕິວັດ​ໃຫ້​ກ້າວ​ສູ່​ລວງ​ເລິກ, ນຳພາ​ພະນັກງານ​ແລະ​ປະຊາຊົນ​ທັງຫຼາຍ​ສ້າງ​ຄວາມ​ໝັ້ນ​ໃຈ​ອັນ​ເດັດດ່ຽວ​ຕໍ່​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຄວາມ​ໝັ້ນ​ໃຈ​ທາງ​ທິດ​ສະ​ດີ, ຄວາມ​ໝັ້ນ​ໃຈ​ທາງ​ລະບອບ​ແລະ​ຄວາມ​ໝັ້ນ​ໃຈ​ດ້ານ​ວັດທະນະ ທຳ ທັງສືບ​ຕໍ່​ສາມັກຄີ​ປະຊາຊົນ​ທົ່ວ​ທັງ​ຊາດ​ເຂົ້າ​​ເປັນຈິດ​ໜຶ່ງ​ໃຈ​ດຽວ,ບາກ​ບັ່ນ​ສູ້​ຊົນ​ກ້າວໜ້າ​ໄປ​ຕາມ​ເສັ້ນທາງ​ເຄື່ອນ​ທັບ​ທາງ​​ໄກ​ແບບ​ໃໝ່​ເພື່ອ​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ "ຮ້ອຍ​ປີ 2 ​ເທື່ອ"ຄື ສ້າງ​ສັງຄົມ​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຮອບດ້ານ​ໃນ​ເວລາ​ພັກ​ກອມ​ມູນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 100 ປີ ​ແລະ​ສ້າງ​ປະ​ເທດ​ໃຫ້​ເປັນ​ປະ​ເທດສັງຄົມ​ນິຍົມ​ທີ່​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ວັນຊາດ​ ສປ ຈີນ​ຄົບຮອບ 100 ປີ ​ແລະ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

​ເຂົ້າ​ຊົມ​ການວາງສະ​ແດງ​ເທື່ອ​ນີ້​ຍັງ​ມີບັນດາ​ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄື ທ່ານ​ຢູ​ເຈີ້​ງ​ເຊິ່ງ, ທ່ານ​ຫຼິວຢຸນຊານ, ທ່ານ​ຫວາງ​ສີ​ຊ່ານ ​ແລະ​ທ່ານ​ຈ່າງ​ກ່າວ​ລີ້.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ