ທ່ານ​ຫຼີ​ເຄີ້ສຽງ​ຄອງ​ຄອຍ​ຈີນ-ກາ​ນາ​ດາ​ສ້າງ "ສິບ​ປີ​ທອງຄຳ"ອັນ​ໃໝ່
2016-09-24 17:08:22  cri 
ຕາມ​ຂ່າວCRI: ວັນ​ທີ 23 ກັນຍາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນທີ່​ກຳລັງ​ຢ້ຽມຢາມ​ກາ​ນາ​ດາ​ໄດ້​ກ່າວ​ຄຳ​ປາ​ໄສ​​ໃນ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຈີນ-ກາ​ນາ​ດາ​ຄັ້ງ​ທີ 6, ​ໂດຍ​ກ່າວ​ວ່າ: ຄອງ​ຄອຍສອງ​ປະ​ເທດ​ພະຍາຍາມ​ຮ່ວມ​ກັນ, ​ສ້າງ "ສິບ​ປີທອງຄຳ" ອັນ​ໃໝ່​ດ້ານ​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ກາ​ນາ​ດາ.

ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ​ກໍ​ຄື​ດັ່ງໄລຍະທອງ​ຄຳ​ທີ່​ຜ່ານ​ມາ, ​ໄດ້​ນຳ​ໜ້າ​ຢູ່​ໃນ​ການ​ໄປມາຫາສູ່​ກັນລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​​ໃຫຍ່​ຝ່າຍ​ຕາ​ເວັນ​ຕົກອີກ​ເທື່ອ​ໜຶ່ງ. ການ​ຮ່ວມ​ມື​ລະ​ຫ່ວາງ​ຈີນ​ກັບ​ກາ​ນາ​ດາ​ມີ​ກຳລັງ​​ແຮງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່. ທ່ານ​ສົ່ງ​​ເສີມ​ໃຫ້​ສອງ​ຝ່າຍ​ຂຸດ​ຄົ້ນ​ກຳລັງ​ແຮງ​ບົ່ມ​ຊ້ອນ, ບໍ່​ພຽງ​ແຕ່​ເຮັດ​ໃຫ້ມູນ​ຄ່າ​ການ​ຄ້າ​ລະຫວ່າ​ງຈີນ​ກັບ​ກາ​ນາ​ດາ​ເພີ່ມ​ຂຶ້ນ​ທົບ​ເທົ່າ​ໃນ​ສິບ​ປີ​ຕໍ່ໜ້າ​ນີ້, ​ແລະຍັງ​ອາດ​ຈະຫຼາຍ​ກວ່າ​ນີ້​ອີກ​ຊ້ຳ.

ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີ​ຈີນ​ຍິນ​ດີ​ໃຫ້​ວິ​ສາ​ຫະກິດ​ກາ​ນາ​ດາ​ໄປ​ລົງທຶນ​ຢູ່​ຈີນ, ​ແລະ​ໄດ້​ດຳ​ເນີນ​ການ​ອະທິບາຍກ່ຽວ​ກັບ​ບັນຫາ​ຮັກສາສິດ​ຊັບ​ສິນ​ທາງ​ປັນຍາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ວິ​ສາ​ຫະກິດ​ຕ່າງໆ​ຂອງ​ກາ​ນາ​ດາ,  ທ່ານ​ກ່າວ​ວ່າ, ​ໃ​ນ 5 ປີ​ທີ່​ຜ່ານ​ມາ, ລັດຖະບານ​ຈີນ​ໄດ້​ຊຳລະ​ຄະດີ​ກ່ຽວ​ກັບ​ການ​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນຍາ​​​ຈຳນວນ 1 ລ້ານ​ຄະດີ, ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຈີນ​ຈະ​ສືບ​ຕໍ່​ເລັ່ງລັດ​ຂະ​ບວນການ​ສ້າງສາ​ປະ​ເທດ​ທີ່​ຄວບ​ຄຸມ​​ດ້ວຍກົດໝາຍ, ປັບປຸງ​ລະບຽບ​ການ​ຕ່າງໆ​ໃຫ້​ສົມບູນ​​ແບບ, ​​ເຮັດ​ໃຫ້​ຕະຫຼາດ​ມີ​ສະພາບ​ແວດລ້ອມ​ການ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ.

ທ່ານ​ຫຼີ​ເຄີ້ສຽງ​ໄດ້​ຊີ້​ອອກ​ວ່າ, ຈີນ​ກັບ​ກາ​ນາ​ດາ​ໄດ້​ລົງ​ນາມ​ໃນ "ສັນຍາ​ວ່າ​ດ້ວຍການ​ລົງທຶນ​ສອງ​ຝ່າຍ" , ​ແລະ​​ຄອງ​ຄອຍ​​ສອງ​ຝ່າຍ​ຈະ​​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ, ​ສ້າງ "ສິບ​ປີທອງ​ຄຳ" ​ໃໝ່​​ແຫ່ງດ້ານ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ກາ​ນາດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ