ລັດຖະມົນຕີການຕ່າງປະເທດຈີນພົບປະກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ການາດາ
2016-09-24 17:26:46  cri 
ຕອນ​ບ່າຍ​ວັນ​ທີ 23 ກັນຍາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນຢູ່​ເມືອງ​ມົນຕຣີວ, ທ່ານ​ວາງ​ອີ້ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສະ​ເທ​ຟັນ ດີ​ໂອນ ລັດຖະມົນ​ຕີ​ກະຊວງການ​ຕ່າງປະ​ເທດ​ກາ​ນາ​ດາ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ກາ​ນາ​ດາ​ຂອງ​ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບງາມ. ນາຍົກລັດຖະມົນຕີສອງປະ​ເທດ​ຈີນ​ແລະ​ກາ​ນາ​ດາ​​ໄດ້ຢ້ຽມຢາມ​​ເຊິ່ງກັນ​ແລະ​ກັນ​ພາຍ​ໃນ 1 ​ເດືອນ, ​ເຊິ່ງ​ໄດ້​ສົ່ງ​ສັນຍານ​ອັນ​ຕັ້ງໜ້າ​ຢ່າງ​ແຮງ​ກ້າ​ຕໍ່​ພາຍ​ນອກ, ຖະ​ແຫຼງການຮ່ວມ​ທີ່​ສອງ​ຝ່າຍລົງ​ນາມນັ້ນ ​ໄດ້​ສະຫຼຸບຜົນສຳ​ເລັດ​ສຳຄັນ 29 ປະການ. ຫວັງ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ ຈະສາມາດ​ກ້າວ​ໄປ​ສູ່ແຖວ​ໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຄືນ​ໃໝ່. ສອງ​ຝ່າຍ​ຄວນເລັ່ງລັດປະຕິບັດ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້​ໃຫ້​ດີ, ຮັກສາ​ແລະ​ເພີ່ມ​ທະວີ​ທ່ວງທ່າ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ໂດຍ​ສະ​ເພາະ​ຄວນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຫັນ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອກະພາບ​ກັນອັນ​ສຳຄັນລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​​​ໃຫ້​ກາຍເປັນຄວາມ​ມຸ່ງ​ມາດ​ປາຖະໜາ​ຮ່ວມ​ກັນ​ແລະ​ການ​ກະທຳ​ພ້ອມ​ກັນ​ຂອງ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ກຳລັງ​​ແຮງອັນ​ຕັ້ງໜ້າ​​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີ​ນກັບ​ກາ​ນາ​ດາ, ຄວບ​ຄຸມ​ແລະ​ຊຳລະ​ປັດ​ໄຈ​ທາງ​ລົບ​ໃຫ້​ເໝາະ​ສົມ.

ທ່ານ​ສະ​ເທ​ຟັນ​ເຫັນ​ດີ​ນຳ​ຄວາມ​ເຫັນ​ຂອງ​ທ່ານ​ວາງ​ອີ້​ທີ່​ມີ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແລະ​ກ່າວ​ວ່າ, ​ໃນ​ໄລຍະ​ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ສຽງ​ຢ້ຽມຢາມ​ກາ​ນາ​ດາ, ​ເຄີຍ​ສົ່ງ​ຂໍ້​ມູນ​ຂ່າວສານ​ອັນ​ຕັ້ງໜ້າ​ຫຼາຍ​ເທື່ອ​ຕໍ່​ບຸກຄົນ​ວົງ​ການຕ່າງໆ​ຂອງ​ກາ​ນາ​ດາ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ. ​ແຜນການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ກາ​ນາ​ດາ​​ກັບຈີນ​​ໄດ້​ຈະ​ແຈ້ງ​ຢູ່​ແລ້ວ, ຕໍ່​ໄປ, ສອງ​ຝ່າຍ​ຄວນ​ເລັ່ງລັດ​ປະຕິບັດ​ວຽກ​ງານ​ໃຫ້ດີ, ຮັບປະກັນ​ໃຫ້​ການ​ພົວພັນ​ລະຫວ່າງ​ກາ​ນາ​ດາ​ກັບ​ຈີນ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ. ກາ​ນາ​ດາ​ກັບ​ຈີນ​ເຄີຍມີ​ປະ​ຫວັດ​​ໄປມາຫາສູ່​ກັນທີ່​ດີ, ​ແລະຍັງ​ຈະ​ມີ​ອະນາຄົດ​ທີ່​ຮຸ່ງ​ເຮືອງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ