ຜູ້ຕາງໜ້າ​ຈີນ​ກ່າວ​ວ່າ ກຸ່ມ 77 ປະ​ເທດ​ກັບ​ຈີນ ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ກັນ
2016-09-25 14:38:58  cri 

ວັນ​ທີ 23 ກັຍານ​ນີ້ ທ່ານ​ຫຼິວ​ເຈ​ອີ ຜູ້ຕາງໜ້າ​ຈີນ​ປະຈຳ​ອົງການ​ສະ​ປະຊາ​ຊາດ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ຜູ້ຕາງໜ້າ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ, ກຸ່ມ 77 ປະ​ເທດ ກັບ​ຈີນ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກັນ, ລົງ​ເລິກ​ການຮ່ວມມື, ​ເພື່ອຮ່ວມກັນ​ຜັນ​ຂະຫຍາຍວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ.

​ໃນ​ກອງ​ປະຊຸມ​ປະຈຳ​ປີລະດັບ​ລັດຖະມົນຕີ​ການ​ຕ່າງປະ​ເທດຄັ້ງ​ທີ 40 ຂອງ​ກຸ່ມ 77 ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 23 ກັນຍາ​ນີ້ ທ່ານ​ຫຼິວ​ເຈ​ອີ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ໂດຍ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ ຈີ 20 ທີ່​ໄຂ​ຂຶ້ນ​ຢູ່​ນະຄອນ​ຫາງ​ໂຈ​ວຂອງ​ຈີນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ ​ໄດ້​ຈັດ​ເອົາ​ການ​ພັດທະນາ​ໄວ້​ຢູ່​ຖານະ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ຂອບ​ນະ​ໂຍບາຍ​ມະຫາ​ພາກ​ຂອງ​ທົ່ວ​ໂລກ​​ເປັນ​ຄັ້ງ​ທຳ​ອິດ, ​ໄດ້​ວາງ ​ແລະ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 ​ເປັນ​ຄັ້ງ​ທຳ​ອິດ, ​ໃຊ້​ການ​ເຄື່ອນ​ໄຫວ​ລວມໝູ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ການ​ສະໜັບສະໜູນ​ອາ​ຟຼີກາ ​ແລະ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ພັດທະນາ​ອຸດ​ສາ​ຫະກຳ, ອັນ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ສູງ​ຈາກ​ປະຊາ​ຄົມ​ໂລກ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ຢືນຢັນ​ຕໍ່​ປະຊາ​ຄົມ​ໂລກ​ດ້ວຍ​ການ​ກະທຳ​ຕົວ​ຈິງ​ວ່າ, ການ​ພັດທະນາ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ຕະຫຼອດ​ມາ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຕ້ໆ​ແມ່ນ​ນະ​ໂຍບາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ທີ່​ຍຶດໝັ້ນ​ມາ​ໂດຍ​ຕະຫຼອດ. ຈີນ​ຈະ​ສືບ​ຕໍ່​ຜ່ານ​ຈາກ​ກົນ​ໄກ "ກຸ່ມ 77 ປະ​ເທດ ກັບ​ຈີນ" ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ​ຊ່ວຍ​ເຫຼືອ​ຍ​ເຊິ່ງກັນ​ແລະ​ກັນ​ກັບ​ບັນດາ​ປະ​ເທດ​ທີ່​ພວມ​ພັດທະນາ​, ຊຸກຍູ້​ໃຫ້​ປະ​ເທດ​ທີ່​ພວມ​ພັດທະນາ​ນັ້ນ​ພັດທະນາ​ຮ່ວມ​ກັນ, ຊຸກຍູ້​ວຽກ​ງານ​ການ​ພັດທະນາ​ຂອງ​ທົ່ວ​ໂລກ​ກ້າວ​ໄປ​ໜ້າ.

ຈີນ​ບໍ່​ແມ່ນ​ສະມາຊິກ​ຂອງ​ກຸ່ມ 77 ປະ​ເທດ, ​ແຕ່​ໄດ້​ສະໜັບ​ສະ​ໜຸນຈຸດ​ຢືນ​ອັນ​​ເປັນ​ທຳ ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ອົງການ​ຈັດຕັ້ງ​ນີ້​ມາ​ໂດຍ​ຕະຫຼອດ. ນັບ​ແຕ່​ຊຸມ​ປີ 1990 ​ເປັນ​ຕົ້ນ​ມາ ການ​ພົວພັນ​ລະຫວ່າງ​ຈີນ​ກັບ ກຸ່ມ 77 ປະ​ເທດ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ​ບົນ​ພື້ນຖານ​ທີ່​ມີ​ຢູ່​​ໃນ​ແຕ່​ກ່ອນ, ​ແລະ​ດຳ​ເນີນ​ການ​ປະສານ​ງານ ​ແລະຮ່ວມ​ມື​ກັນ​ໂດຍ​ຜ່ານ​ກົນ​ໂກ "ກຸ່ມ 77 ປະ​ເທດ​ກັບ​ຈີນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ