ປາ​ກິ​ສະຖານ ​ແລະຣັດ​ເຊຍ​ຈັດການ​ຊ້ອມຮົບຮ່ວມ​ເປັນ​ຄັ້ງ​ທຳ​ອິດ
2016-09-25 14:40:16  cri 

ວັນ​ທີ 24 ກັນຍາ​ນີ້ ປາ​ກິ​ສະຖານ ​ແລະຣັດ​ເຊຍ​ໄດ້​ຈັດການ​ຊ້ອມຣົບຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ເຊິ່ງການ​ຊ້ອມຮົບຮ່ວມ​ຄັ້ງ​ນີ້​ໄດ້​​ໃສ່​ຊື່ວ່າ "ມິດຕະພາບ 2016" ​ປະມານ 200 ຄົນ​ເຂົ້າ​ຮ່ວມ.

ທ່ານ​ອາ​ຊິ​ມ ບາ​ສວາ ​ໂຄສົກ​ຝ່າຍທະຫານ​ຂອງ​ປາກິ​ສະຖານ​ປະກາດ​ວ່າ, ການ​ຊ້ອມຣົບຮ່ວມ​ຄັ້ງ​ນີ້​ຈະ​ດຳ​ເນີນ​​ໄປ​ຢູ່​​ເຂດ​ພູດ​ອຍທາງ​ພາກ​ເໜືອ​ ​ແລະສູນ​ຝຶກ​ຊ້ອມ​​ກອງຕີ​ພິ​ເສດ​ແຫ່ງ​ໜຶ່ງ​ທີ່​ເຂດ​ເຈຣັດ ​ແຂວງ​ໂກ​ເບີ ປັກ​ທຸ​ນວາທາງ​ພາກ​ເໜືອ​ຂອງ​ປາ​ກິ​ສະຖານ ​ເຊິ່ງການ​ຊ້ອມຣົບຈະ​ເນັ້ນ​ໃສ່​ການ​ສູ້ຮົບຢູ່​ເຂດ​ພູດ​ອຍ ​ລວມທັງ​ການ​ລົບ​ລ້າງ​ກຸ່ມ​ປະກອບ​ອາວຸດ​ທີ່​ຜິດ​ກົດໝາຍ ​ແລະ​ໜ້າທີ່​ອື່ນໆ​, ທະຫານ​ຮາບ​ສູ້ຮົບທາງ​ພູດ​ອຍຂອງຣັດ​ເຊຍ 70 ກວ່າ​ຄົນ​ໄດ້​ເດີນທາງ​ໄປ​ຮອດ​ປາ​ກິ​ສະຖານ​ແລ້ວ​ໃນ​ວັນ​ທີ 23 ກັນຍາ​ນີ້.

ທ່ານ​ບາ​ສວາ​ກ່າວ​ວ່າ, ການ​ຊ້ອມຮົບຮ່ວມ​ຄັ້ງ​ທຳ​ອິດ​ລະຫວ່າງ​ປາ​ກິ​ສະຖານ ​ແລະຣັດ​ເຊຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ສອງ​ຝ່າຍ​ມີ​ການ​ຂະຫຍາຍຕົວ​ເປັນ​ກ້າວໆ, ການ​ຊ້ອມຮົບບຮ່ວມ​ຄັ້ງ​ນີ້​ຈະ​ຊ່ວຍ​ໃຫ້​ທັງ​ສອງ​ຝ່າຍ​ຊົມ​ໃຊ້​ບົດຮຽນ​ສູ້ຮົບບນຳ​ກັນ ​ແລະ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການຮ່ວມມື​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ