ນາຍົກຈີນເດີນທາງໄປເຖິງລາຮາວານ ເພື່ອຢ້ຽມຢາມກູບາຢ່າງເປັນທາງການ
2016-09-25 14:41:46 cri
ໂດຍຕອບສະໜອງການເຊີນຂອງທ່ານຣາອຸນ ກັສໂຕຼ ປະທານຄະນະກຳມະການແຫ່ງລັດ ທັງເປັນປະທານສະພາລັດຖະມົນຕີກູບາ ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຮອດກູບາໂດຍຍົນພິເສດໃນຕອນບ່າຍວັນທີ 24 ກັນຍານີ້ຕາມເວລາທ້ອງຖີ່ນ, ເລີ່ມຢ້ຽມຢາມກູບາຢ່າງເປັນທາງການ. ທ່ານນາງເສິງຫົງ ພັນລະຍາຂອງທ່ານນາຍົກລັດຖະມົນຕີຫຼີເຄີ້ສຽງ ກໍ່ໄດ້ເດີນທາງໄປຮອດກູບາຮ່ວມກັບທ່ານ.
ທ່ານຫຼີເຄີ້ສຽງກ່າວວ່າ, ເຖິງວ່າຈີນ ແລະກູບາຫ່າງຈາກກັນຢ່າງໄກ, ແຕ່ຈິດໃຈຂອງປະຊາຊົນສອງປະເທດພັດຢູ່ນຳກັນຢ່າງໃກ້ຊິດ. ເນຶ່ອງໃນໂອກາດຈີນ-ກູບາ ສ້າງສາຍພົວພັນທາງການທູດຄົບຮອບ 56 ປີ, ຂ້າພະເຈົ້າໄດ້ຢ້ຽມຢາມກູບາ ເຊິ່ງເປັນຄັ້ງທຳອິດທີ່ນາຍົກລັດຖະມົນຕີຈີນຢ້ຽມຢາມກູບາ, ຫວັງວ່າຈະເພີ່ມພູນມິດຕະພາບອັນເປັນມູນເຊື້ອກັບກູບາ, ເພີ່ມທະວີການຣ່ວມມືຢ່າງຕິດແທດຕົວຈິງ, ເຮັດໃຫ້ການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະວັດທະນະທຳແໜ້ນແຟ້ນຂຶ້ນ, ຮ່ວມໄມ້ຮ່ວມມືກັນກ້າວໄປໜ້າໃນໄລຍະຂໍກະແຈແຫ່ງການພັດທະນາຂອງປະເທດຕົນ, ເຮັດໃຫ້ການພົວພັນຈີນ-ກູບາພັດທະນາໄປໜ້າໃນລະດັບສູງກວ່າເກົ່າ.
ໃນໄລຍະຢ້ຽມຢາມກູບາ ທ່ານຫຼີເຄີ້ສຽງ ຈະພົບປະເຈລະຈາກັບທ່ານຣາອຸນ ກັສໂຕຼ, ໄປຢາມທ່ານຟິແດນ ກັສໂຕຼ, ແລະເຂົ້າຮ່ວມກິດຈະກຳແລກປ່ຽນວັດທະນະທຳ ມິດຕະພາບລະຫວ່າງຈີນ-ກູບາ. ສອງປະເທດຈະເຊັນສັນຍາລະຫວ່າງລັດຖະບານ ແລະສັນຍາການຄ້າເກືອບ 30ສະບັບ, ເຊິ່ງລວມທັງຂົງເຂດເສດຖະກິດເຕັກນິກ, ການເງິນການທະນາຄານ, ການຮ່ວມມືເພີ່ມຂີດຄວາມສາມາດການຜະລິດ, ການສື່ສານໂທລະຄົມ, ພະລັງງານໃໝ່ ການກວດກາພະຍາດ ແລະອື່ນໆ.