ນາຍົກ​ຈີນ​ເດີນທາງ​ໄປ​​ເຖິງ​ລາຮາ​ວານ ​ເພື່ອ​ຢ້ຽມຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ
2016-09-25 14:42:04  cri 

​ໂດຍ​ຕອບ​ສະໜອງ​ການ​ເຊີນ​ຂອງ​ທ່ານຣາອຸນ ກັສ​ໂຕຼ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ທັງ​ເປັນປະທານ​ສະພາ​ລັດຖະມົນຕີ​ກູບາ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ຮອດ​ກູ​ບາ​ໂດຍ​ຍົນ​ພິ​ເສດ​ໃນ​ຕອນ​ບ່າຍ​ວັນ​ທີ 24 ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖີ່​ນ, ​​ເລີ່​ມຢ້ຽມຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ. ທ່ານ​ນາງ​ເສິງ​ຫົງ ພັນ​ລະ​ຍາ​ຂອງ​ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ສຽງ ກໍ່​ໄດ້​ເດີນທາງ​ໄປ​ຮອດ​ກູ​ບາຮ່ວມ​ກັບ​ທ່ານ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ​ເຖິງ​ວ່າ​ຈີນ ​ແລະ​ກູ​ບາ​ຫ່າງຈາກກັນ​ຢ່າງ​ໄກ, ​ແຕ່​ຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ພັດ​ຢູ່​ນຳ​ກັນ​ຢ່າງ​ໃກ້ຊິດ. ​ເນຶ່ອງ​ໃນ​ໂອກາດ​ຈີນ-​ກູ​ບາ ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 56 ປີ, ຂ້າພະ​ເຈົ້າ​ໄດ້​ຢ້ຽມຢາມ​ກູ​ບາ ​​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ນາຍົກລັດຖະມົນຕີຈີນ​ຢ້ຽມຢາມ​ກູ​ບາ, ຫວັງ​ວ່າ​ຈະ​ເພີ່ມ​ພູນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ກັບ​ກູ​ບາ, ​ເພີ່ມ​ທະວີ​ການຣ່ວມມື​ຢ່າງ​ຕິດ​ແທດ​ຕົວ​ຈິງ, ​ເຮັດ​ໃຫ້ການ​ໄປມາຫາສູ່​ກັນ​ດ້ານ​ບຸ​ກຄະລາ​ກອນ ​ແລະ​ວັດທະນະທຳ​ແໜ້ນ​ແຟ້ນຂຶ້ນ, ຮ່ວມ​​ໄມ້​ຮ່ວມ​ມື​ກັນ​ກ້າວ​ໄປ​ໜ້າ​ໃນ​ໄລຍະ​ຂໍ​ກະ​ແຈ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຕົນ, ​ເຮັດ​ໃຫ້ການ​ພົວພັນ​ຈີນ-​ກູ​ບາ​ພັດທະນາ​ໄປ​ໜ້າ​ໃນ​ລະດັບ​ສູງກວ່າ​ເກົ່າ.

​ໃນ​ໄລຍະ​ຢ້ຽມຢາມ​ກູ​ບາ ທ່ານ​ຫຼີ​ເຄີ້ສຽງ ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານຣາອຸນ ກັສ​ໂຕຼ, ​ໄປ​ຢາມ​ທ່ານ​ຟິ​ແດນ ກັສ​ໂຕຼ, ​ແລະ​ເຂົ້າ​ຮ່ວມ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ ມິດຕະພາບ​ລະຫວ່າງ​ຈີນ-​ກູ​ບາ. ສອງ​ປະ​ເທດ​ຈະ​ເຊັນ​ສັນຍາ​ລະຫວ່າງ​ລັດຖະບານ ​ແລະ​ສັນຍາ​ການ​ຄ້າ​ເກືອບ 30ສະບັບ, ​ເຊິ່ງລວມທັງ​ຂົງ​ເຂດ​​ເສດຖະກິດ​ເຕັກນິກ, ການ​ເງິນ​ການ​ທະນາຄານ, ການ​ຮ່ວມ​ມື​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະ​ລິດ, ການ​ສື່ສານ​ໂທລະ​ຄົມ, ພະລັງງານ​ໃໝ່ ການ​ກວດກາ​ພະຍາດ​​ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ