ນາຍົກ​ຈີນ​​-ກາ​ນາ​ດາ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືເສດຖະກິດ​ການ​ຄ້າ​ຈີນ-​ກາ​ນາ​ດາ​ຄັ້ງ​ທີ 6
2016-09-25 14:44:35  cri 

ຕອນ​ທ່ຽງວັນ​ທີ 23 ກັນຍາ​ນີ້ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ​ທ່ານ​ໂດຼ​ໂຕ ນາຍົກລັດຖະມົນຕີ​ກາ​ນາ​ດາ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລືການ​ຮ່ວມ​ມືເສດຖະກິດ​ການ​ຄ້າ​ຈີນ-​ກາ​ນາ​ດາຄັ້ງ​ທີ 6 ​ຢູ່​ສູນ​ກອງ​ປະຊຸມ​ມົນດຼິວ ​ແລະ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ. ບຸກຄົນ​ວົງ​ການ​ອຸສາ​ຫະກຳ​ການ​ຄ້າ​ຈີນ-​ກາ​ນາ​ດາ​ລວມ 700 ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ເວທີ​ປຶ​ກສາ​ຫາລື​ດັ່ງກ່າວ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ນາຍົກລັດຖະມົນຕີສອງປະ​ເທດ​ໄດ້​ບັນລຸມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​​​​​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ຂະໜາດ​ໃຫຍ່​ຂຶ້ນ​ຕື່ມ​ອີກ, ​ແລະ​ເຫັນ​ດີ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-​ກາ​ນາ​ດາ​ໂດຍ​ໄວ ​ເຊິ່ງບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຈີນ-​ກາ​ນາ​ດາ ​ແລະ​ຍັງ​ຈະ​ເປັນ​ການ​ສົ່ງ​ສັນຍານ​ອັນ​ຈະ​ແຈ້ງ​ໄປ​ໃຫ້​ປະຊາ​ຄົມ​ໂລກ​​ເພື່ອ​ຊຸກຍູ້​ການ​ຄ້າ​ ​ແລະ​ການ​ລົງທຶນ​ເປັນ​ແບບ​ເສລີ, ​ເຮັດ​ໃຫ້​ເສດຖະກິດ​ການ​ຄ້າ​ທົ່ວ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຂຶ້ນ​​ຕຶ່ມ. ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ການ​ລົງທຶນ​ສອງ​ຝ່າຍ​ທີ່​ມີ​ເນື້ອ​ໃນ​ຢ່າງ​ກວ້າງຂວາງ. ຈີນ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ກາ​ນາ​ດາ​ໄປ​ລົງທຶນ​ຢູ່​ຈີນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະນາຄານ, ພະລັງງານ, ການບິນ​ພົນລະ​ເຮືອນ, ​ໂທລະ​ຄົມ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ​ກິລາ​ລະດູ​ໜາວ​ເປັນ​ຕົ້ນ, ພ້ອມ​ກັນ​ນັ້ນ ກໍ່​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ກາ​ນາ​ດາ. ສອງ​ຝ່າຍ​ຈະ​ເສີ​ມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ເອງ, ຮ່ວມມື​ກັນ​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ໃນ​ຂົງ​ເຂດ​ການບິນ​ອະວະກາດ, ທາງ​ລົດ​ໄຟ ​ແລະ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍ. ຫວັງ​ວ່າກາ​ນາ​ດາ​ຜ່ອນຄາຍ​ການ​​ຄ້າ​ຂາ​ອອກ​​ໄຮ​ເຕັກ​ໃຫ້​ຈີນ, ສະໜັບສະ​ໜຸນ​ວິ​ສາ​ຫະກິດ​ທັງ​ສອງ​ຝ່າຍ​ດຳ​​ເນີນການ​ຮ່ວມ​ມື​ສາກົນ​ໂດຍ​ອີງ​ຕາມ​ຫຼັກການ​ຕະຫຼອດ ​ແລະທຳນຽງ​ການ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ