ນາຍົກ​ຈີນ​ພົບ​ປະ​ເຈລະຈາ​ກັບ​ຜູ້ນຳ​ກູ​ບາ
2016-09-25 15:27:56  cri 

ຕອນ​ບ່າຍ​ວັນ​ທີ 24 ກັນຍາ​ນີ້ ​ເວລາ​ທ້ອງ​ຖີ່​ນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານຣາອຸນ ກັສ​ໂຕຼ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ທັງ​ເປັນ​ປະທານ​ສະພາ​ລັດຖະມົນຕີ​ກູ​ບາ​ຢູ່​ທີ່​ວັງ​ປະຕິວັດ​ລາ​ຮາ​ວານ.

ກ່ອນ​ອື່ນ ທ່ານ​ຫຼີ​ເຄີ້ສຽງ​ໄດ້ນຳ​ເອົາຄຳ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ເຖິງ​​ທ່ານ​ຣາອຸນ ກັສ​ໂຕຼ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ທິດ​ທາງ​ທີ່​ຮັກສາ​ມິດຕະພາບ​ຈີນ-​ກູ​ບາ​ບໍ່​ປ່ຽນ​ແປງ, ສະໜັບ​ສະ​ໜຸນ​ຄວາມ​ຕັດສິນ​ໃຈ​ຂອງ​ກູ​ບາ​ໃນ​ການ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ນັ້ນ​ບໍ່​ປ່ຽນ​ແປງ, ​ແລະ​ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະຫວ່າງ​ຈີນ-​ກູ​ບາ​ນັ້ນ​ບໍ່​ປ່ຽນ​ແປງ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ກູ​ບາ​ສຸມ​ໃສ່ການ​ພັດທນະ​ແລະ​ການ​ຮ່ວມ​ມື, ສະໜັບສະໜຸນ​ການ​ສ້າງສາອຸດສາຫະກຳ​ຂອງ​ກູ​ບາ, ດຳ​ເນີນ​ການຮ່ວມ​ມື​ໃນ​ຂົງ​ເຂດ​ການວາງ​ແຜນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ແລະ​ຂະ​ແໜງ​ການ​ຜະລິດອຸປະກອນ​ດ້ານ​ອຸດສາຫະກຳ; ​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນ​ດ້ານ​ການ​ຄ້າ ​ແລະຮ່ວມມື​ກັນ​ໃນ​ດ້ານລົງທຶນ​ແລະ​ລະດົມ​ທຶນ; ຊົມ​​ໃຊ້​ບົດຮຽນ​ການ​ພັດທະນາ​ຮ່ວມ​ກັນ, ດຳ​ເນີນ​ການ​ຮ່ວມ​ມື​ດ້ານການ​ພັດທະນາ​ສະຕິ​ປັນຍາ; ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ບຸກຄະລາ​ກອນ​ແລະ​ວັດທະນະທຳ, ​ເພີ່​ມ ທະວີ​ການ​ຝຶກ​ອົບຮົມ​ຊາວ​ໜຸ່ມ, ​ເຮັດ​ໃຫ້​ມິດຕະພາບ​ຈີນ-​ກູ​ບາ​ໄດ້​ຮັບ​ການ​ສືບ​ທອດ​ກັນ​ໄປ​ໃນ​ທ່າມກາງ​ການ​ພັດທະນາ.

ທ່ານຣາອຸນ ກັສ​ໂຕຼ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ທ່ານ​ນາຍົກລັດ ຖະມົນຕີຫຼີ​ເຄີ້ສຽງ​ທີ່​ໄປ​ຢ້ຽມຢາມ ​ແລະ​ເຫັນ​ວ່າການ​ຢ້ຽມຢາມ​ຂອງ​ທ່ານ​ໃນ​ຄັ້ງ​ນີ້​ມີ​ຄວາມ​ໝາຍດ້ານ​ປະຫວັດສາດ​ທີ່​ສຳຄັນ.

ຫຼັງ​ຈາກ​ພົບ​ປະ​ເຈລະຈາ​ກັນ​ແລ້ວ, ຜູ້ນຳ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃນ​ການ​ເຊັນ​ສັນຍາ​ຮ່ວມ​ມື 20 ກວ່າ​ສະບັບ ​ເຊິ່ງກ່ຽວ​ພັນ​ເຖິງ​ຂົງ​ເຂດ​​ເສດຖ​ະກິດ​ເຕັກນິກ, ການ​ເງິນ​ການ​ທະນາຄານ, ການ​ຮ່ວມ​ມື​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດ, ສື່ສານ​ໂທລະ​ຄົມມະນາຄົມ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ການ​ກວດກາ​ພະຍາດ​​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ