ນາຍົກຈີນພົບປະເຈລະຈາກັບຜູ້ນຳກູບາ
2016-09-25 15:28:15 cri
ຕອນບ່າຍວັນທີ 24 ກັນຍານີ້ ເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບທ່ານຣາອຸນ ກັສໂຕຼ ປະທານຄະນະກຳມະການແຫ່ງລັດ ທັງເປັນປະທານສະພາລັດຖະມົນຕີກູບາຢູ່ທີ່ວັງປະຕິວັດລາຮາວານ.
ກ່ອນອື່ນ ທ່ານຫຼີເຄີ້ສຽງໄດ້ນຳເອົາຄຳຢື້ຢາມຖາມຂ່າວອັນສະໜິດສະໜົມຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ເຖິງທ່ານຣາອຸນ ກັສໂຕຼ. ທ່ານຫຼີເຄີ້ສຽງກ່າວວ່າ, ຈີນຍຶດໝັ້ນທິດທາງທີ່ຮັກສາມິດຕະພາບຈີນ-ກູບາບໍ່ປ່ຽນແປງ, ສະໜັບສະໜຸນຄວາມຕັດສິນໃຈຂອງກູບາໃນການເດີນຕາມເສັ້ນທາງສັງຄົມນິຍົມນັ້ນບໍ່ປ່ຽນແປງ, ແລະທິດທາງຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງຈີນ-ກູບານັ້ນບໍ່ປ່ຽນແປງ. ຈີນຍິນດີຮ່ວມມືກັບກູບາສຸມໃສ່ການພັດທນະແລະການຮ່ວມມື, ສະໜັບສະໜຸນການສ້າງສາອຸດສາຫະກຳຂອງກູບາ, ດຳເນີນການຮ່ວມມືໃນຂົງເຂດການວາງແຜນການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ແລະຂະແໜງການຜະລິດອຸປະກອນດ້ານອຸດສາຫະກຳ; ເປີດກວ້າງການໄປມາຫາສູ່ກັນດ້ານການຄ້າ ແລະຮ່ວມມືກັນໃນດ້ານລົງທຶນແລະລະດົມທຶນ; ຊົມໃຊ້ບົດຮຽນການພັດທະນາຮ່ວມກັນ, ດຳເນີນການຮ່ວມມືດ້ານການພັດທະນາສະຕິປັນຍາ; ເປີດກວ້າງການແລກປ່ຽນດ້ານບຸກຄະລາກອນແລະວັດທະນະທຳ, ເພີ່ມ ທະວີການຝຶກອົບຮົມຊາວໜຸ່ມ, ເຮັດໃຫ້ມິດຕະພາບຈີນ-ກູບາໄດ້ຮັບການສືບທອດກັນໄປໃນທ່າມກາງການພັດທະນາ.
ທ່ານຣາອຸນ ກັສໂຕຼໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານນາຍົກລັດ ຖະມົນຕີຫຼີເຄີ້ສຽງທີ່ໄປຢ້ຽມຢາມ ແລະເຫັນວ່າການຢ້ຽມຢາມຂອງທ່ານໃນຄັ້ງນີ້ມີຄວາມໝາຍດ້ານປະຫວັດສາດທີ່ສຳຄັນ.
ຫຼັງຈາກພົບປະເຈລະຈາກັນແລ້ວ, ຜູ້ນຳສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃນການເຊັນສັນຍາຮ່ວມມື 20 ກວ່າສະບັບ ເຊິ່ງກ່ຽວພັນເຖິງຂົງເຂດເສດຖະກິດເຕັກນິກ, ການເງິນການທະນາຄານ, ການຮ່ວມມືເພີ່ມຂີດຄວາມສາມາດການຜະລິດ, ສື່ສານໂທລະຄົມມະນາຄົມ, ການອະນຸລັກສິ່ງແວດລ້ອມ ການກວດກາພະຍາດແລະອື່ນໆ.