ງານ​ຮ້ອງ​ເພງ​ມິດຕະພາບ​ຈີນ-​ອາ​ຊຽນ 2016 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໄຫ​ເຂີ​ວຂອງ​ຈີນ​ໃນ​ເດືອນ​ຕຸລາ
2016-09-25 15:26:17  cri 

​ງານ​ຮ້ອງ​​ເພງ​ມິດຕະພາບ​ຈີນ​ອາຊຽນ 2016 ຈະ​ຈັດ​ຂຶ້ນ​ໃນວັນ​ທີ 14 ຕຸລາ​ປີ​ນີ້ ຢູ່​ເມືອງ​ໄຫ​​ໂຂວ​ແຫ່ງ​ແຂວງ​ໄຫ​ຫຼຳ​ຂອງ​ຈີນ. ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI, ​ວິທະຍຸ​ໂທລະພາບແຂວງ​ໄຫ​ຫຼຳ​ແລະພະ​​ແນ​ກຖະ​ແຫຼ​ງຂ່າວການ​ພິມຈຳ​ໜ່າຍວິທະຍຸ​ໂທລະພາບຮູບ​ເງົາ​ກວາງຊີ.

ງານ​ຮ້ອງ​ເພງ​ມິດຕະພາບ​ຈີນ-​ອາ​ຊຽນມີ​ເປົ້າ​ໝາຍ​ທີ່​ຖື​ດົນຕີ​ເປັນ​ຂົວ​ຕໍ່, ສົ່ງ​ເສີມ​ການ​ແລກປ່ຽນ​ທາງ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຮ້ອງ​ເພງ​​ເພື່ອ​ຄວາມກົມກຽວ​ກັນ​ແລະ​ມິດຕະພາບ​ຂອງ​​ພາກ​ພົ້ນ​ຕົນ. ​ໃນ​ເວລາ​ນັ້ນ, ນັກ​ຮ້ອງ​ທີ່​ມີ​ຊື່​ສຽງຈາກ 10 ປະ​ເທດ​ອາ​ຊຽນຈະ​ສະ​ແດງ​ຮ່ວມ​ກັບ​ນັກ​ຮ້ອງ​ຈີນ, ຮ້ອງ​ເພງ​ໂດດ​ເດັ່ນ​ສະ​ແດງ​ຄວາມ​ເປັນ​ເອກະລັກ​ຂອງ​ແຕ່ລະ​ປະ​ເທດ, ສະ​ແດງວັດທະນະທຳ​ດົນຕີ​ທີ່ອຸດົມສົມບູນ​​ແລະ​ມີ​ສີສັນ​ຄວາມ​ເປັນ​ເອກະລັກຂອງ​ຈີນ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຄະນະ​ກຳມະການຈັດ​ງານ​ຍັງ​ຈະ​ໄດ້​ສົ່ງ​ທີ​ມງາມ​ເດີນທາງ 10 ປະ​ເທດ​ອາຊຽນ, ​ເພື່ອຖ່າຍ​ທຳ​ຟິມສາລະ​ຄະດີ​ລວມທັງ​ຄັດ​ເລືອກ​ນັດຮ້ອງ​ແລະ​ເພງທີ່​ຈະສະ​ແດງ​ໃນງານ​ຮ້ອງ​ເພງ ​ເພື່ອ​ສະ​ແດ​ງຮີດຄອງປະ​ເພນີ​ອັນ​​ເປັນ​ເອກ​ກະ​ລັກພິ​ເສດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ການ​ແລກປ່ຽນ​ລະຫວ່າງ​ວັດທະນະທຳ​ດົນຕີ​ຕ່າງໆ​ພາຍ​ໃນ​ພາກ​ພື້ນ. ສື່​ຕ່າງໆ​ທີ່​ມີຫຼາຍ​ພາສາຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ວິທະຍຸ​ໂທລະພາບແຂວງ​ໄຫ​ຫຼຳ, ໂທລະພາບ​ກວາງ​ຊີ​ແລະ​ສື່​ມວນ​ຊົນ​ຂອງ 10 ປະ​ເທດອາ​ຊຽນຈະ​ອອກ​ອາກາດ​ງານ​ຮ້ອງ​ເພງ​ແລະ​ຟີມສາລະ​ຄະດີ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ