ມະຫາວິທະຍາ​ໄລ​ເອີ​ເຣຊຽນກາ​ຊັກ​ສະຖານສະ​ເຫຼີ​ມສະຫຼອງ "ວັນສະ​ຖາ​ບັນ​ຂົງຈື້​ທົ່ວ​ໂລກ"
2016-09-25 17:25:27  cri 

ວັນ​ທີ 24 ກັນຍາ​ນີ້, ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ເອີ​ເຣຊຽນແຫ່ງ​ຊາດ​ກາ​ຊັກ​ສະຖານ​ໄດ້ຈັດ​ກິດ​ຈະ​ກຳ​ສະ​ເຫຼີ​ມສະຫຼອງ " ວັນ​ສະ​ຖາ​ບັນ​ຂົງຈື້ທົ່ວ​ໂລກ " , ຜູ່​ແທນ​ຫຼາຍ​ຝ່າຍ​ເຊັ່ນມະຫາວິທະຍາ​ໄລ​ເອີ​ເຣຊຽນ​ແຫ່ງ​ຊາດ​ກາ​ຊັກ​ສະຖານ, ສະຖານທູດ​ຈີນ​ປະຈຳ​ກາ​ຊັກ​ສະຖານ​ແລະ​ບໍລິສັດ​ຈີນ​ປະຈຳ​ກາ​ຊັກ​ສະຖານເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳດັ່ງກ່າວ.

ອີງ​ຕາມ​ທ່ານ​ນາງ​ດຶ້ງຢິງ ຫົວໜ້າ​ຝ່າຍ​ຈີນ​ຂອງ​ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ເອີ​ເຣຊຽນ​ໃຫ້​ຮູ້​ວ່າ, ຫຼັງ​ຈາກ​ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ເອີ​ເຣຊຽນສ້າງ​ຕັ້ງຂຶ້ນ​ໃນ​ວັນ​ທີ 5 ທັນວາ​ປີ 2007 ​ເປັນ​ຕົ້ນ​ມາ, ​ໄດ້​ຮັບ​​ເອົານັກຮຽນລວມທັງ​ໝົດ 3399 ຄົນ, ພາກຮຽນ​ນີ້​ຮັບ​ເອົາ​ນັກຮຽນ 510 ຄົນ, ຖື​ວ່າ​ເປັນຈຳນວນຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

ຮອງຫົວໜ້າມະຫາວິທະຍາ​ໄລ​ເອີ​ເຣຊຽນ​ກ່າວ​ວ່າ, ການ​ແລກປ່ຽນລະຫວ່າງ​ສອງ​ປະ​ເທດ​ຕ້ອງ​ການ​ຜູ້ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ດ້ານ​ພາສາ​ຫຼາຍ​ກວ່າ​ເກົ່າ, ສາ​ຖາ​ບັນ​ຂົງຈື້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ດ້ານ​ນີ້. ນັກຮຽນ​ບໍ່ພຽງ​ແຕ່​ຮຽນຮູ້​ພາສາ​ຈີນຢູ່​ສະ​ຖາ​ບັນ​ຂົງຈື້ນ, ຍັງ​​ເພີ່ມ​ຄວາ​ມຮັບ​ຮູ້​ຕໍ່ສ​ະພາບ​ຕົວ​ຈິງ​ຂອງ​ຈີນ​ແລະຈະ​ກາຍ​ເປັນ​ຂົວ​ທີ່​ຊຸກຍູ້​ສອງ​ປະ​ເທດ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ແລະ​ປັບປຸງ​ມິດຕະພາບ​ໃຫ້​ແໜ້ນ​ແຟ້ນ.

ກິດຈະກຳ " ວັນ​ສະ​ຖາ​ບັນ​ຂົງຈື້ທົ່ວ​ໂລກ " ​ເລີ່​ມ​ແຕ່ປີ 2014 , ຫຼັງ​ຈາກ​ນັ້ນ, ກິດຈະກຳ​ນີ້​ກາຍ​ເປັນ​ກິດຈະກຳ​ວັດທະນະທຳ​ທີ່​ຈັດ​ຂຶ້ນເປັນ​ປະຈຳ​ໃນ​ແຕ່ລະ​ປີ​ຢູ່​ສະ​ຖາ​ບັນ​ຂົງຈື້​ໃນທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ