ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ທີ່​ນັບ​ມື້​​ກ້າວເຂົ້າ​ສູ່​ລວງ​ເລິກກາຍ​ເປັນ​ພະລັງ​ແຮງ​​ ຊຸກຍູ້​ການພັດທະນາລາວ​ແລະ​ພາ​ກພື້ນ
2016-09-28 17:16:05  cri 

  ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ມາ​ນີ້ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເຈົ້າ​ຄອງ​​ນະ​ຄອນ​ຫຼວງວຽງ​ຈັນທັງ​ເປັນ​ປະທານ​ສະມາຄົມ​ມິດຕະ ພາບ​ລາວ-ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ​ໂດຍ​​ໄດ້ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ທັງ​ເຫັນ​ວ່າ​ຂໍ້​ລິ​ເລີ່​ມ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ສາມາດ​ເຊື່ອມ​ໂຍງ​ກັບ​ຍຸດ​ທະ​ສາດການ "ຫັນ​ປະ​ເທດ​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ເປັນ​ປະ​ເທດ​ໃຈກາງ​ບໍລິການ​ທາງ​ຜ່ານ" ຂອງ​ລັດຖະບານ​ລາວ​ແລະ​ກາຍ​ເປັນ​ພະລັງ​ແຮງ​ຊຸກຍູ້​ການພັດທະນາລາວ​ແລະ​ພາ​ກພື້ນ.

   ປີ​ນີ້​ເປັນ​ປີ​ທີ່ຈີນ​​ແລະ​ລາວ​ສ້າງສາ​ຍພົວພັນ​ການ​ທູດ​ຄົບຮອບ 55 ປີ, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຕະຫຼອດ​ໄລຍະ 55 ປີຜ່ານມາ​ໂດຍ​ກ່າວ​ວ່າ: "ປີ 2016 ເປັນປີທີ່ມີຄວາມໝາຍສຳຄັນຍິ່ງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືລາວ-ຈີນເພາະເປັນປີທີ່ທັງສອງປະເທດໄດ້ສ້າງຕັ້ງສະມາຄົມນຳກັນຄົບຮອບ 40 ປີ.ພວກ ເຮົາເຫັນແຈ້ງວ່າ:2 ປະເທດລາວ-ຈີນບໍ່ພຽງແຕ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນມາ ແຕ່ດົນນານທັງມີຊາຍແດນຕິດຈອດກັນດ້ວຍແມ່ນ້ຳລຳເຊ,ພູຜາປ່າໄມ້ເທົ່ານັ້ນ ຫາກຍັງມີລະ ບົບການເມືອງ,ມີອຸດົມການສັງຄົມນິຍົມຄ້າຍຄືກັນ.ຜູ້ນຳສູງສຸດຂອງສອງປະເທດ​ໄດ້ຖືສຳ ຄັນຕໍ່ການຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຕະຫຼອດມາໂດຍສະເພາະໃນຊຸມປີຜ່ານ ມານີ້,ການພົວພັນຮ່ວມມືຂອງສອງປະເທດໄດ້ລົງເລິກຮອບດ້ານແລະ ມີລັກສະນະຍຸດ ທະ ສາດ ຊື່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງບໍ່ຢຸດຢັ້ງ.ຜົນງານພົ້ນ ເດັ່ນທີ່ປະຈັກຕາກໍຄື 4 ດີນັ້ນເອງຄືໄດ້ເປັນບ້ານໃກ້ ເຮືອນຄຽງທີ່ດີ,ເປັນເພື່ອນມິດທີ່ດີ,ເປັນ ສະຫາຍທີ່ດີ ແລະ ເປັນເພື່ອນຮ່ວມງານທີ່ດີ.ຈີນໄດ້ສະໜອງ, ສະໜັບສະໜູນການຮ່ວມມື ທາງເສດຖະກິດ,ການໃຫ້ທຶນພັດທະນາພື້ນຖານໂຄງລ່າງຂອງສປປ ລາວ ຫຼາຍກວ່າ​ເວລາ ໃດໝົດ.ມາຮອດປັດຈຸບັນ,ສປ ຈີນເປັນປະເທດຢູ່ແຖວໜ້າທີ່ໃຫ້ທຶນຊ່ວຍເຫຼືອ ສປປລາວ.ພິ ເສດໄດ້ໃຫ້ກູ້ຢືມ ແລະ ຊ່ວຍເຫຼືອໂຄງການດາວທຽມລາວ (Laosat1)ທີ່ໄດ້ຍິງຂຶ້ນສູ່ວົງໂຄ ຈອນອະວະກາດໃນເດືອນພະຈິກ 2015 ແລະ ທຶນໂຄງການທາງລົດໄຟທີ່ໄດ້ວາງສິລາລືກ ໃນເດືອນທັນວາ 2015.ທັງ 2 ໂຄງການນີ້ແມ່ນສັນຍະລັກໂດດເດັ່ນ​ແຫ່ງການຮ່ວມມືລາວ-ຈີນ​ໃນໄລຍະໃໝ່. ສ່ວນລາວກໍໄດ້ຕັ້ງໜ້າຮັບເອົາການຊ່ວຍເຫຼືອເພື່ອພັດທະນາເສດຖະກິດ- ສັງຄົມປະເທດຢ່າງມີປະສິດທິຜົນ.ຂະນະ​ດຽວ​ກັນ​ກໍ​ໄດ້ປະຕິບັດສັນຍາ,ຂໍ້ຕົກລົງນຳ ກັນຢ່າງ ຈິງໃຈ,ສະໜັບສະໜູນຈີນດຽວຕະຫຼອດມາລວມທັງການເຄື່ອໄຫວວຽງງານຕ່າງປະເທດ,ເສີມ ຂະຫຍາຍການຮ່ວມມືຕາມລຳແມ່ນ້ຳຂອງ (ຂອບການຮ່ວມມື GMS)ພ້ອມນັ້ນ,ການພົວພັນ ຮ່ວມມືຂອງສອງປະເທດບໍ່ພຽງແຕ່ມີໃນລະດັບສູງເທົ່ານັ້ນຫາກຍັງມີເກືອບທຸກຂະແໜງການ ແລະ ລົງສູ່ລະດັບທ້ອງຖິ່ນ.ສະເພາະນະຄອນຫຼວງວຽງ​ຈັນ ກໍໄດ້ເປັນເມືອງມິດຕະພາບກັບ ຫຼາຍນະຄອນແລະແຂວງຂອງ ສປ ຈີນ.ລວມຄວາມວ່າ:ໝາກຜົນຂອງການຮ່ວມມືລາວ-ຈີນ ແມ່ນໃຫຍ່ຫຼວງແມ່ນມິດຕະພາບແທ້.ສາມາດເວົ້າໄດ້ວ່າການພົວພັນຮ່ວມມືຂອງ 2 ປະເທດ​ໄດ້ຂະຫຍາຍຕົວສູງຢູ່ໃນຍຸກທີ່ມີພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວນຳພາ ໂດຍສະເພາະນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດມານີ້.​ໃນຕໍ່ໜ້າ,ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາຍິ່ງມີຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງສາຍພົວພັນມິດ ຕະະາບ,ການຮ່ວມມືແບບເປັນຄູ່ຮ່ວມຍຸດທະສາດຮອບດ້ານຕໍ່ໄປທີ່ສຳຄັນແມ່ນສືບຕໍ່ຜັນຂະຫຍາຍ 4 ດີໃຫ້ດີຂຶ້ນກວ່າເກົ່າທັງຜັນຂະຫຍາຍແນວຄິດຂອງຜູ້ນຳສູງສຸດຂອງສອງປະເທດ ທີ່ໄດ້ຊີ້ນຳແລ້ວໃຫ້ເກີດໝາກເກີດຜົນເປັນຕົ້ນການຜັນຂະຫຍາຍຍຸດທະສາດເສັ້ນທາງສາຍ ໄໝສະຕະວະທີ 21"ໜື່ງແລວທາງໜື່ງເສັ້ນທາງ"ແລະໂຄງການຮ່ວມມືຕ່າງໆທີ່ລັດຖະບານ ສອງປະເທດໄດ້ຕົກລົງແລ້ວ.ພ້ອມນັ້ນກໍເພີ່ມທະວີການໄປມາຫາສູ່,ການຮ່ວມມືດ້ານເສດຖະ ກິດ,ການຄ້າ,ການລົງທຶນ ແລະການທ່ອງທ່ຽວໃຫ້ຫຼາຍຂຶ້ນຕື່ມໂດຍຜ່ານຫຼາຍກົນໄກທັງພາກ ລັດ ແລະ ເອກະຊົນ".
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ