ວຽງ​ງານ​ຮັບປະກັນ​ສິດທິ​ມະນຸດຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້​​ເປັນ​ທີ່​ຮັບຮອງ​ຈາກ​ປະຊາ​ຄົມ​ໂລກ​​ເປັນ​ກ້າວໆ
2016-09-29 11:10:11  cri 
ການ​ສຳ​ມະ​ນາ​ສິດທິ​ມະນຸດຈີນ-​ເອີຣົບ 2016 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 28 ກັນຍາ​ນີ້​ຢູ່​ກຳ​ແພງນະຄອນ​ຈຸ່ງ​ກິ່ງ ສປ ຈີນ​ໂດຍ​​ໄດ້ສຸມ​​ໃສ່​ສຶກສາ​ຄົ້ນຄວ້າການ​ຮັບປະກັນ​ສິດທິ​ມະນຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.ຂະນະ​ທີ່ບັນດາຊ່ຽວຊານ​ຈີນ​ແລະ​ຕ່າ​ງປະ​ເທດ​ທີ່​ຮ່ວມ​ກອງປະຊຸມຢືນຢັນ​ວ່າ ​ໃນ​ຖານະ​ເປັນ​ປະ​ເທດ​​ເອກະ​ພາບ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ, ຈີນ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພັດທະນາ​ສິດ​ທິມະນຸດ​ໂດຍ​ສະ​ເພາະ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ພົ້ນ​ເດັນ.

ທ່ານ​ສາງ​ຈ້ຽນ ຮອງ​ຫົວໜ້າ​ປະຈຳການ​ສູນ​ສິດທິ​ມະນຸດ​ມະຫາວິທະຍາ​ໄລ​ນານ​ຄາຍ​ທຽນ​ສິນ ສປ ຈີນ​ຢືນຢັນ​ວ່າ: ນອກຈາກ​ປະ​ເທດ​ເອີຣົບ​ເນັ້ນ​ ​ສິດ​ພົນລະ​ເມືອງ​ແລະ​ຄວາມ​ສະ​ເໝີ​ພາບ​ດ້ານ​ສິດ​ການ​ເມືອງ​ໃນ​ການ​ຮັບປະກັນ​ສິດ​ຂອງ​ຊົນ​ເຜົ່າ​ສ່ວນໜ້ອຍ​ແລ້ວ, ການ​ຮັບປະກັນ​ສິດທິ​ມະນຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ຍິ່ງ​ໄດ້​ເພີ່ມ​ນ້ຳໜັກ​ໃນ​ການ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຫຼາຍ​ປີຜ່ານມາ, ລັດຖະບານ​ຈີນ​ໄດ້ກຳນົດ​ການສົ່​ງ​ເສີມ​ການ​ພັດທະນາ​ຂອງ​ເຂດ​ຊົນ​ເຜົ່າ​ແລະ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ໜ້ອຍ​ນັ້ນ​ເປັນໜຶ່ງ​ໃນ 20 ​ແຜນ​ສະ​ເພາະ​ກິດ​ສຳຄັນ​ທັງ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ສະ​ເພາະ​ເພື່ອ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​​ເຂດ​ຊົນ​ເຜົ່າ​ຢ່າງ​ຕໍ່​ເນື່ອງ. ປີ 2015 ຜ່ານ​ມາ, ຍອດ​ປະຊາກອນ​ທຸກ​ຍາກ​ຂອງ 5 ​ເຂດ​ປົກຄອງ​ຕົນ​ເອງ​ຄື​ມົງ​ໂກ​ໃນ,ກວາງຊີ, ຕິ​ເບ​ດ, ນິງ​ເຊ້ຍ​ແລະຊິນ​ຈ່ຽງ ພ້ອມ​ດ້ວຍແຂວງ​ກຸ້ຍ​ໂຈ່​ວ, ​ແຂວງ​ຢຸນນານ​ແລະ​ແຂວງ​ຊິງ​ໄຫ​ໄດ້​ຫຼຸດ​ລົງ​ຈາກ 31.210.000 ຄົນ​ເມື່ອ​ປີ 2012 ​ເຫຼືອ​ພຽງ 18.130.000 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ