ທູດ​ຈີນ​ປະຈຳ​ຟິລິບ​ປິນ: ການ​ໄປມາຫາສູ່​ແລກປ່ຽນ​ກັນ​ລະຫວ່າງຈີນ-​ຟິລິບ​ປິນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ເປັນ​ຢ່າງ​ດີ
2016-09-30 16:15:58  cri 

ຫວ່າງ​ມໍ່ໆ​ມາ​ນີ້ ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນ​ໄດ້​ຈັດ​ງານລ້ຽງ​ຮັບຮອງ​ເພື່ອ​ສະຫຼອງ​ວັນຊາດ​ຈີນ​ຄົບຮອບ 67 ປີ ​ໂດຍທ່ານ​ຈ້າວ​ຈ້ຽນຫວາ ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປິນກ່າວ​ວ່າ, ນັບ​ແຕ່​ທ່ານ​ໂຣດຣິງ​ໂກ ດູ​ເຕີ​ເຕ ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ຟິລິບ​ປິນ​ເປັນ​ຕົ້ນ​ມາ, ສອງ​ປະ​ເທດ​ຈີນ-​ຟິລິບ​ປິນ​ໄດ້​ມີ​ການ​ຕິດ​ຕໍ່​ພົວພັນ​ກັນ​ເປັນ​ຢ່າງ​ດີ ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ.

ທ່ານ​ທູດ​ຈ້າວ​ຈ້ຽນຫວາ​ໄດ້​ປະກອບ​ຄຳ​ເຫັນ​ວ່າ, ຄຽງ​ຄູ່​ກັບ​ຟິລິບ​ປິນ​ໄດ້​ກາຍ​ເປັນ​ປະ​ເທດ​ສະມາຊິກ​ໃນ​ການ​ສ້າງ​ທະນາຄານ​ລົງທຶນ​ພື້ນຖານ​​ໂຄງ​ລ່າງ​ອາຊີ ​ແລະ​ການ​ສ້າງ​ກອງ​ທຶນ​ເສັ້ນທາງ​ສາຍ​ໄໝ​ທີ່​ມີ​ມູນ​ຄ່າ 40 ຕື້​ໂດ​ລາ​ຂອງ​ລັດຖະບານ​ຈີ​ນຂຶ້ນ ນັ້ນ​ກໍ່ຈະ​ໄດ້​ຮັບ​ການ​ລົງທຶນ​ຫຼາຍ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ດ້ານ​ການ​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດ ກະສິກຳ ​ແລະ​ອື່ນໆ. ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນດ້ານບຸກຄະລາ​ກອນ​ລະຫວ່າງຈີນ-​ຟິລິບ​ປິນ ​ແລະ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ຈີນ​ຍິນ​ດີ​ລະດົມ​​ປະຊາຊົນ​ຈີນ​ໄປ​ທ່ອງ​ທ່ຽວ​ຟິລິບ​ປິນ​ໃຫ້​ຫຼາຍ​ຂຶ້ນ.

ທ່ານ​ຈ້າວ​ຈ້ຽນຫວາ​ຊີ້​ອອກ​ວ່າ, ຈີນ ​ແລະ​ຟິລິບ​ປິນ​ໃນ​ຖານະ​ເປັນ​ປະ​ເ​ທດ​ເອກະລາດ ​ແລະ​ເຖິງ​ວ່າມີ​ຄຳ​ເຫັນ​ຕ່າງ​ກັນ​ໃນ​ບາງບັນຫາກໍ່ຕາມ​ເພາະ​​ເປັນ​​ເລື່ອງ​ທຳ​ມະ​ຊາດ, ​ແຕ່​ສິ່ງ​ສຳຄັນ​ນັ້ນ​ ​ພວກ​ເຮົາ​ຕ້ອງ​ສຸມ​ໃສ່​​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​​ຢ່າງ​ສັນຕິ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ​ລະຫວ່າງ​ສອງ​ຝ່າຍ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ​ສຸມ​ໃສ່​ການ​ເພີ່​ມພູ​ນມິດຕະພາບ​ແລະ​ການ​ຮ່ວມ​ມື​ກັນ  ​ແລະສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ