ຈີນ ອັງກິດ ຝຣັ່ງ​ເຊັນ​ສັນຍາໂຄງການ​ໄຟຟ້າ​ນິວ​ເຄຼຍຮິນ​ກຼີ
2016-09-30 16:16:24  cri 

ວັນ​ທີ 29 ກັນຍາ​ນີ້ ຢູ່​ນະຄອນຫຼວງ​ລອນ​ດອນ​ປະ​ເທດອັງກິດ, ສາມ​ຝ່າຍ​ຈີນ ອັງກິດ ​ແລະ​ຝຣັ່ງ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ລົງທຶນ​ໂຄງການ​​ໄຟຟ້າ​ນິວ​ເຄຼຍຮິນ​ກຼີ​ໃນ​ຂັ້ນ​ສຸດ​ທ້າຍ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂຄງການ​ທີ່​​ເປັນ​ສັນຍະ​ລັກ​ໃຫ້​ແກ່​ການ​ພົວພັນ​ຈີນ-​ອັງກິດທີ່​ເຂົ້າ​ສູ່​​ໄລຍະ​ຄຳ​ນັ້ນ​ໄດ້​ເລີ່​ມຕົ້ນຫຼັງຜ່ານ​ຈາກ​ຄວາມ​ລະ​ອິດລະ​ອ້ຽວ, ພ້ອມ​ກັນ​ນັ້ນ ​ເຕັກນິກ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍຮຸ່ນ​ໃໝ່​ຂອງ​ຈີນ​ຈະອອກ​ໄປ​ສູ່​ຕ່າງປະ​ເທດ.

​ໂຄງການ​ໄຟຟ້າ​ນິວ​ເຄຼຍຮິນ​ກຼີຈະ​ສ້າງ​ຢູ່​​ແຂວງ​ຊັມ​ເມີ​ເຊັດ​ຂອງ​ອັງກິດ ​ເຊິ່ງຈະ​ລົງທຶນ​ກໍ່ສ້າງ​ໂດຍ​ວິ​ສາ​ຫະກິດ​ຈີນ​ທີ່​ມີ​ກຸ່ມ​ພະລັງງານ​ນິວ​ເຄຼຍຈີນ​ເປັນ​ຜູ້ນຳ​ພາ ​ແລະ​ກຸ່ມ​ພະລັງງານ​ໄຟຟ້າ​ຝຣັ່ງ. ອີງ​ຕາມ​ສັນຍາ​ດັ່ງກ່າວ, ການວາງ​ແຜນໂຄງການ ​ແລະ​ການບຸກ​ເບີກສະຖານ​ທີ່ຈະ​ເລີ່​ມຕົ້ນ​ໃນ​ໄວໆ​ນີ້ ຄາດ​ວ່າ ປີ 2025 ​​ຈັກ​ຜະລິດ​ໄຟຟ້າ​ນິວ​ເຄຼຍໜ໋ວຍທຳ​ອິດ​ຈະ​ເລີ່​ມຜະລິດ, ​ແລະ​ສາມາດ​ສະໜອງ​ພະລັງງານ​ໄຟຟ້າ​ທີ່ກາກ​ບອນ​ຕ່ຳ​ໃຫ້​ແກ່​ປະຊາຊົນອັງກິດ 6 ລ້ານ​ຄົນ.

ທ່ານ​ນາງ​ເທ​ເຣຊາ ​​ເມ ນາຍົກລັດຖະມົນຕີອັງກິດ​ໄດ້​ຕົກລົງ​ພິຈາລະນາ​ໂຄງການ​ດັ່ງກ່າວ​ຄືນ​ໃໝ່​ຫຼັງ​ຈາກ​ໄດ້​ຮັບ​ຕຳ​ແໜ່​ງບໍ່​ເທົ່າ​ໃດ​ອາທິດ, ສື່​ມວນ​ຊົນ​ອັງກິດລາຍ​ງານວ່າ​ລັດຖະບານ​ອັງກິດອາດ​ຈະຫັນປ່ຽນ​ທ່າ​ທີ​ຕໍ່ການ​​ລົງທຶນຈາກ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ