ວັງ​ກູ້​ກົງ​ເປີດ​ເຂດ​ໃໝ່​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ
2016-09-30 16:32:48  cri 



ວັນ​ທີ 29 ກັນຍາ​ນີ້ ຫໍພິພິທະພັນ​ວັງ​ກູ້​ກົງ​ຂອງ​ຈີນ​ໄດ້​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ທ່ຽວ​ຊົມ​​ເຂດ​​ໃໝ່​ແຕ່​ຂົວ​ຕ້ວນຫົງ​ຈົນ​​ເຖິງ​ຕຳ​ນັກ​ສື​ນິງ ​ເຊິ່ງຢູ່​ໃນ​ເຂດ​ທ່ຽວ​ຊົມ​ທີ່​ເປີດ​ໃໝ່ ນີ້ ຍັງມີ​ຫ້ອງ​ທີ່​ຈະສາຍ​ວິ​ດີ​ໂອ​ກ່ຽວ​ກັບ​ວັງ​ກູ້​ກົງ ​ເພື່ອ​ໃຫ້​ບັນດາ​ນັກ​ຮຽນ​ນັກ​ສຶກສາ​ເຂົ້າ​ຊົມ​ໂດຍ​ຜ່ານ​​ການ​ນັດ​ລ່ວງ​ໜ້າ ​ແລະປັດຈຸບັນ ກຳລັງ​ກຳນົດ​ແຜນການຕ່າງໆ. ສ່ວນຫ້ອງ​ເຢັນ​ຂອງ​ວັງ​ກູ້​ກົງ​ກໍ​ຈະປັບປຸງ​ໃຫ້​ເປັນ​ເຂດ​ບໍລິການ​ນັກ​ທ່ອງ​ທ່ຽວ ​ເຊິ່ງປັດຈຸບັນ​ໄດ້​ສຳ​ເລັດ​ການ​ກະກຽມ​ຂັ້ນ​ສຸດ​ທ້າຍ​ແລ້ວ ​ແລະຈະ​ເປີດ​​ເປັນ​ທາງ​ການ​ໃນບໍ່ດົນ​ນີ້ .ພາຍຫຼັງເປີດ​ຫຼາຍ​ເຂດ​ທ່ຽວ​ຊົມ​ໃໝ່​ແລ້ວ ຈະ​ເຮັດ​ໃຫ້ຮອດ​ທ້າຍ​ປີນີ້, ​ວັງ​ກູ້​ກົງມີ​ບໍລິ​ເວນ​ໃຫ້​ທ່ຽວ​ຊົມ​ກວມ​ເຖິງ​ 76% .


1 2 3 4 5 6 7 8
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ