IMF: ຈີນ​ໄດ້​ປະກອບສ່ວນ​ສຳຄັນຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ
2016-09-30 16:45:33  cri 
  ທ່ານນາງ ຄຣິສຕິນ ລາກາດ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ​ໄດ້​ກ່າວ​ໃນ​ໂອກາດເຂົ້າ​ຮ່ວມ​ກິດຈະກຳ​ຢູ່​ສະ​ຖາ​ບັນການ​ຄ້າ​ເກ​ລອກຂອງມະຫາວິທະຍາ​ໄລ​ຕາ​ເວັນ​ຕົກ​ສຽງ​ເໜືອ​ສະຫະລັດ​ອາ​ເມ​ລິ​ກາວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ເຕີ​ບ​ໂຕຂອງ​ເສດຖະກິດ​ໂລກ​ສືບ​ຕໍ່​ອ່ອນ​ແອ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ໄດ້​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ກ່ອນໝູ່​ໃນ​ບັນດາກຸ່ມເສດຖະກິດພັດທະນາ​ກໍ​ຕາມ, ແຕ່​ກໍບໍ່​ໝັ້ນ​ທ່ຽງ​. ຈາກ​ນີ້ IMF ຈຶ່ງໄດ້​ປັບຫຼຸດຄວາມ​ຄາດ​ຫວັງ​ຕໍ່​ເສດ​ຖະກິດ ຂອງອາ​ເມ​ລິ​ກາຫຼາຍ​​ເທື່ອ​ໃນ​ປີ​ນີ້. ຂະນະ​ທີ່ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ເອີຣົບກໍຕ່ຳ​ກວ່າ​ລະດັບສະ​ເລ່ຍຂອງ​ໂລກ​ແລະ​ຂະ​​ແໜງ​ການທະນາຄານ​ເກືອບ​ທຸກປະ​ເທດ​​​ໃນເອີຣົບລ້ວນ​ແຕ່ຜະ​ເຊີນການ​ກົດ​ດັນຈາກ​ໜີ້​ສິນ.

  ທ່ານ​ນາງ ລາກາດ ​ເນັ້ນ​ວ່າ: ທຽບ​ໃສ່ກຸ່ມ​ເສດຖະກິດ​ພັດທະນາ​ແລ້ວ, ກຸ່ມເສດຖະ ກິດ​ກຳລັງ​ພັດທະນາ​​ໂດຍ​ສະ​ເພາະ​ຈີນມີ​ການ​ເຕີບ​ໂຕ​​ຢ່າງ​ແຂງ​ແຮງ​ໂດຍໄດ້​ປະກອບສ່ວນ​ສຳຄັນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ. ຂະນະ​ທີ່ການ​ປັບປຸງ​ອົງປະກອບ​ເສດຖະກິດ, ​ຈີນ​ສາມາດຮັກສາ​ຈັງຫວະ​ການ​​ເຕີບ​ໂຕ​ອ່າວ​ສູງ. ຂະນະ​ດຽວ​ກັນ​ກໍເນັ້ນ​ຄວາມ​ສຳຄັນ​ໃນ​ການ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ