ຂົວອູ່ຂາດ ຢູ່ເມືອງວຽງຄຳ ນັກຮຽນເສຍຊີວິດແລ້ວ 2 ຄົນ
2016-10-01 13:25:05  cri 
ເກີດ​ເຫດ​ເສົ້າ​ສະຫລົດ​ໃຈ​ຂຶ້ນ ​ເມື່ອ​​ເວລາ​ປະມານ 7 ​ໂມງ​ ຂອງ​ວັນ​ທີ 30 ກັນຍາ 2016 ​ນີ້ ​ເຊິ່ງຂົວ​ອູ່​ຂ້າມ​ນ້ຳ​ແຊງ ຢູ່​ເມືອງ​ວຽງຄຳ ​ແຂວງ​ຫລວງ​ພະ​ບາງ​ ຂາດ​ຂ້າງໜຶ່ງ ​ໃນ​ຂະນະ ​ທີ່​ນັກຮຽນ​ຈຳນວນ​ຫລາຍ ກຳລັງ​ໄປ​ໂຮງຮຽນ ​ເຮັດ​ໃຫ້​ນັກຮຽນ ​ຕົກລົງ​ໃສ່​ນ້ຳ​ແຊງ ທີ່​ກຳລັງ​ໄຫລ​ແຮງ ​ເບື້ອງ​ຕົ້ນມີ​ຜູ້​ບາດ​ເຈັບ 20 ກວ່າ​ຄົນ ​ແລະ ​ເສຍ​ຊີວິດ 2 ຄົນ ​ເປັນ​ຍິງໜຶ່ງຊາຍໜຶ່ງ.

ແຫ​ລ່ງຂ່າວຈາກ​ ຂະ​ແໜງຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ ເມືອງວຽງຄຳ​ ໃຫ້​ຮູ້ວ່າ: ຂົວ​ອູ່ດັ່ງກ່າວ, ສ້າງ​ຂຶ້ນ​ເມື່ອ​ ປີ 2012 ຮັບ​ເໝົາກໍ່ສ້າງ​ໂດຍ​ ບໍລິສັດ ອ່ອນ​ສີ​ ຂົວ​ອູ່ ມີ​ຄວາມ​ຍາວ 100 ກວ່າ​ແມັດ ​ແລະ ກວ້າງ 2 ​ແມັດ. ຈຸດປະສົງ​ແມ່ນ​ ຮອງ​ຮັບ​ນັກຮຽນ ທີ່​ໄປ​ຮຽນໜັງສື​ ຢູ່​ມັດທະຍົມ​ສົມບູນວຽງຄຳ ໂຮງຮຽນ​ຫລັງ​ໃໝ່ ຟາກ​ນ້ຳ​ແຊງ, ຂົວ​ແຫ່ງ​ນີ້​ ​ໄດ້​ນຳໃຊ້​ມາ​ປະມານ 4 ປີ ​ແລະ ກໍ​ເກີດ​ເຫດທີ່​ບໍ່ຄາດ​ຄິດ​ດັ່ງກ່າວຂຶ້ນ.

ປັດຈຸບັນ​ ເຈົ້າໜ້າທີ່​ກ່ຽວຂ້ອງ ກຳລັງ​ຄົ້ນ​ຫາ​ ຜູ້​ທີ່​ຄາດ​ວ່າ​​ສູນຫາຍ ດ້ວຍ​ຄວາມ​ເຄັ່ງຮ້ອນ ​ແລະ ມີ​ຄວາມ​ຄືບໜ້າ​ເພີ່ມ​ເຕີ່​ມ ຈະລາຍ​ງານ​ ໃຫ້​ຊາບ​ອີກ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ