ທະນາຄານ​ກາງ​ຈີນ​ຈະ​ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ການ​ທະນາຄານ​ແລະ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ
2016-10-01 17:02:32  cri 
ວັນ​ທີ 1 ຕຸລາ​ນີ້, ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງ​ຈີນ​ໄດ້​ແຈ້ງ​ຂ່າວ​ວ່າ:ຈະ​ຖື​ການ​ເຂົ້າ​ເປັນ​ເງິນຕາທີ່​ມີສິດ​ຖອນ​ເງິນ​ພິ​ເສດ​ຫຼື SDR ຂອງ​ອົງການ​ກອງ​ທຶນ​ການ​ເງິນ​ສາກົນ​ຫຼືIMF​ເປັນ​ໂອກາດ​ເພື່ອ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ​ດ້ານ​ການທະນາຄານ​ຕື່ມ​ອີກ ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ເສດຖະກິດ​ໂລກ​ໃຫ້​ຂະຫຍາຍຕົວ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການທະນາຄານໃນ​ທົວ​ໂລກ​ແລະ​ປັບປຸງ​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ​ໃຫ້​ສົ​ມບູນຂຶ້ນ.

​ເຈົ້າ​ໜ້າທີ່ທະນາຄານ​ປະຊາຊົນ​ຈີນ​ຢືນຢັນ​ວ່າ: ຊົມ​ເຊີຍ​ເງິ​ນຢວນຖືກ​ຈັດ​ເຂົ້ນ​​ເປັນ​ເງິນຕາ SDRຂອ​ງ IMF ​ຢ່າງ​ເປັນ​ທາງ​ການ ​ເຊິ່ງ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ແຫ່ງ​ເງິນ​ຢວນຈີນ​ຫັນ​ເປັນ​ເງິນຕາ​ສາກົນ ​ແລະ​ເປັນ​ການ​ຢືນຢັນ​ເຖິງ​ຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູສູ່​ພາຍ​ນອກ​ດ້ານ​ການທະນາຄານຂອງ​ຈີນ ທັງ​ມີ​ຜົນ​ດີ​ຕໍ່​ການ​ເຮັດ​​ໃຫ້ ​SDRມີລັກສະນະ​ຕົວ​ແທນ,ຄວາມ​ໝັ້ນ​ທ່ຽງ​ແລະ​ຄວາມ​ດຶງ​ດູດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ​ແລະ​ກໍ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ປະ​ຕິຮູບ​ລະບົບ​​ເງິນຕາ​ສາກົນ​ໃຫ້​ພັດທະນາ​ກ້າວ​​ໄປ​ຂ້າງ​ໜ້າ.

ວັນ​ທີ 30 ກັນຍາ​ຜ່ານ​ມາ ຕາມ​ເວລາ​ວໍຊິງ​ຕັນ, IMF ​ໄດ້​ປ​ະກາດກະຕ່າເງິນຕາ​SDR ທີ່ຮັບ​ເອົາ​ເງິນ​ຢວນ​ເຂົ້າ​ໃໝ່​ນັ້ນ​​ເກີດມີ​ຜົນ​ສັກສິດ​ໃນ​ວັນ​ທີ 1 ຕຸລາ​ນີ້​ຢ່າງ​ເປັນ​ທາງ​ການ. ຜູ້ອຳນວຍການ​ໃຫຍ່ IMF ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເງິນ​ຢວນມີ​ຖານະບົດບາດ​ນັບ​ມື້​ສູງ​ຂຶ້ນ​ໃນ​ລະບົບ​ເງິນຕາ​ສາກົນ ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ສ້າງລະບົບ​ການ​ທະນາຄານເງິນຕາ​ສາກົນ​​ໃຫ້ເຂັ້ມ​ແຂງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ