ປະທານາທິບໍດີ​ເຊັກ​ຊົມ​ເຊີຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ສະໜອງ​ໂອກາດ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ
2016-10-02 17:09:06  cri 
ໜັງສືພິມ​ວັນນະຄະດີ ​ເຊິ່ງ​ເປັນ​ສື່ມວນ​ຊົນ​ທີ່​ສຳຄັນ​ຂອງສາທາລະນະ​ລັດ​ເຊັກ ສະບັບ​ວັນ​ທີ 1 ຕຸລາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ​ທ່ານ​ມິ​ໂລ​ສ ​ເຊ​ເມັນ ປະທານາທິບໍດີ​ປະ​ເທດ​ດັ່ງກ່າວ​ທີ່​ມີ​ຫົວ​ຂໍ້ "​ເພື່ອ​ຊີວິດ​ທີ່​ດີງາມ​ກວ່າ​ເກົ່າ​ຂອງ​ປະຊາຊົນ​ເຊັກ-ຈີນ"​ໂດຍ​ໄດ້​ຊົມ​ເຊີຍ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ສະ​ເໜີ​ໂດຍ​ຜູ້ນຳ​ຈີນ​ນັ້ນ​ໄດ້​ສະໜອງ​ໂອກາດ​ໃຫ້​ແກ່​ສອງ​ປະ​ເທດ​ລົງ​ເລິກ​ການ​ຮ່ວມ​ມື​ກັນ.

ບົດ​ຄວາມ​ຂອງ​ທ່ານ​ເຊ​ເມັນ​ຂຽນ​ວ່າ: ການ​ແລກປ່ຽນ​ລະຫວ່າງ​ເຊັກ​ກັບ​ຈີນ​ທີ່​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ທີ່​ສຸດ​ໃນ​ອາຊີຕົ້ນຕໍ​ສະ​ແດງ​ໃຫ້​ເຫັນ​ໃນ 3 ດ້ານຄື ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-​ເອີຣົບ, ການ​ຮ່ວມ​ມື​ຈີນ-​ເອີຣົບກາງ​ແລະ​​ເອີຣົບຕາ​ເວັນ​ອອກ​ຫຼື 16ບວກ​1 ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ເຊັກ​​-ຈີນ.

ບົດ​ຄວາມ​ຂຽນ​ວ່າ: ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໂດຍ​ບໍ່​ຕ້ອງ​ສົງ​ໃສ. ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ເຊັກ-ຈີນ​ໄດ້​ບັນລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ໃນ​ໄລຍະ​ໃໝ່. ​ເດືອນ​ມີນາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ຄັ້ງ​ປະ​ຫວັດ​ການ​ຕໍ່​ເຊັກ​ຢ່າງ​ສຳ​ເລັດ​ຜົນ ​ເຊິ່ງ​ໄດ້​ຊຸກຍູ້​ສາຍພົວພັນ​ສອງ​ຝ່າຍ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ອີກ​ຄັ້ງ​ໃໝ່. ​ໃນ​​ໄລຍະ​ຢ້ຽມຢາມ​ເທື່ອ​ນີ້, ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ຫຼາຍໆ​ສະບັບໂດຍ​ສະ​ເພາະ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ເປັນ​ສັນຍາ​ສຳຄັນ​ທີ່​ສຸດ. ຂະນະ​ທີ່ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ບໍ່​ພຽງ​ແຕ່​ເປັນ​ວິ​ໄສ​ທັດ​ໃຫ້​ແກ່​ພວກ​ເຮົາ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ສະໜອງ​ເສັ້ນທາງ​ທີ່​ໜັກ​ແໜ້ນ​ພຽງພໍ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ກ້າວ​ໄປ​ໜ້າ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຖະ​ແຫຼ​ງການ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ