ຈີນສ້າງ​ສະຖິຕິ​ໃໝ່​ໃນ​ການ​ລົງທຶນ​ໂດຍ​ກົງ​ຢູ່​ອາ​ເມ​ລິ​ກາ​ໃນ​ປີຜ່ານ​ມາ
2016-10-03 16:34:40  cri 
ປະກາດ​ແຈ້ງ​ຂ່າວ​ສະຖິຕິ​ການ​ລົງທຶນ​ໂດຍ​ກົງ​ຕໍ່​ພາຍ​ນອກ​ຂອງ​ຈີນ 2015 ​ທີ່​ເປີດ​ເຜີ​ຍ​ໃນ​ເມື່ອ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2015 ຜ່ານ​ມາ, ຈີນ​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ການ​ລົງທຶນ​ໂດຍ​ກົງ​ຢູ່​ອາ​ເມ​ລິ​ກາ​ຄື​ບັນລຸເຖິງ 8 ຕື້ 29 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງກວມ 5,5%ຂອງ​ຍອດມູນຄ່າການລົງທຶນ​ໂດຍ​ກົງ​ຕໍ່​ພາຍ​ນອກ​ຂອງ​ຈີນ.

ປະກາດ​ແຈ້ງ​ຂ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2015 ຜ່ານ​ມາ, ຈີນ​ໄດ້​ລົງທຶນ​ໂດຍ​ກົງ​ຢູ່​ອາ​ເມ​ລິ​ກາ​ໃນ​ຫຼາຍ​ຂົງ​ເຂດ ​​ໃນ​ນີ້ ມີ 3 ຂະ​ແໜງ​ການ​ໄດ້​ລົງທຶນ​ຫຼາຍ​ກວ່າ 1 ຕື້​ໂດ​ລາ​ສະຫະລັດ ​ຂະນະ​ທີ່​ການລົງທຶນ​ຫຼາຍ​ກວ່າ​ໝູ່​ແມ່ນ​ອຸດສາຫະກຳ​ການ​ຜະລິດ​ໃນ​ມູນ​ຄ່າ 4 ຕື້ 8 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 122,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2014 ​ເຊິ່ງ​ໄດ້​ກວມຍອດ​ມູ​ນຄ່າ​ການ​ລົງທຶນ​ຕໍ່​ອາ​ເມ​ລິ​ກາ​ເຖິງ 49,9%; ຂະ​ແໜງ​ການ​ບໍລິການທຸລະ​ກິດ​ແລະ​ການໃຫ້​ເຊົ່າ​ ​ໄດ້​ຮັບກ​ານລົງທຶນ​ຫຼາຍ​ອັນ​ດັບ​ສອງ​ໃນ​ມູນ​ຄ່າ 2 ຕື້ 239 ລ້ານ​ໂດ​ລາ​ສະຫະລັດ ​ແລະ​ຂະ​ແໜງ​ການ​ຄົ້ນຄວ້າ​ວິທະຍາສາດ​ແລະ​ການ​ບໍລິການ​ດ້ານ​​ເຕັກນິກ​ເປັນ​ອັນ​ດັບ 3 ​ໃນ​ມູນ​ຄ່າ 1 ຕື້ 228 ໂດລາສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ