ທ່ານ​ບັນ​ກີ​ມູນ​ຮຽກຮ້ອງ​​ທຸກ​ຝ່າຍ​ເລັ່ງ​ໃຫ້ສັດຕະຍາບັນ "ສັນຍາ​ປາຣີ"
2016-10-03 16:35:15  cri 
ວັນ​ທີ 2 ຕຸລານີ້ ​ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກ​ອອກຖະ​ແຫຼ​ງການ​, ຮຽກຮ້ອງ​ໃຫ້​ທຸກ​ຝ່າຍຈົ່ງ​ເລັ່ງປະຕິບັດລະບຽບ​ການ​ໃຫ້ສັດຕະຍາບັນຂອງ​ປະ​ເທດ​ຕົນ ​​ເພື່ອ​ໃຫ້"ສັນຍາ​ປາຣີ"ສາມາດ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ​ນີ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຖະ​ແຫຼ​ງການ​ລະ​ບຸວ່າ, ​ຄຽງ​ຄູ່​ກັບອິນ​ເດຍ​ແລະ 61 ຝ່າຍພາຄີ​ໄດ້​​ເຊັນ​ສັນ​ຍາ​ໃຫ້ສັດຕະຍາບັນ​ແກ່ "ສັນຍາ​ປາຣີ"ຢ່າງ​ເປັນ​ທາງ​ການ​, ​ໄດ້​ເຮັດ​ໃຫ້​ປະລິມານການ​ປ່ອຍ​ ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ຝ່າຍ​ຕ່າງໆທີ່​ເຂົ້າຮ່ວມ​ສັນຍາ​ດັ່ງກ່າວ ກວມອັດຕາ​ສ່ວນການ​ປ່ອຍ​ທົ່ວ​ໂລກ​ເຖິງ​ເກືອບ 52%, ​ເຊິ່ງ​ເປັນ​ບາດກ້າວ​ສຳຄັນ​ທີ່​ກ້າວໄປ​ສູ່​​ເປົ້າໝາຍ 55% ທີ່​ເປັນ​ລະດັບ​ທີ່​ເຮັດ​ໃຫ້​ສັນຍາດັ່ງກ່າວ ​ມີ​ຜົນ​ບັງຄັບ​ໃຊ້​​ໃນ​ທີ່​ສຸດ.

ທ່ານ​ບັນ​ກີ​ມູນ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍຈົ່ງ​ເລັ່ງປະຕິບັດລະບຽບ​ການ​ໃຫ້ສັດຕະຍາບັນຂອງ​ປະ​ເທດ​ຕົນ, ​ເຮັດ​ໃຫ້ "ສັນຍາ​ປາຣີ"ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ​ນີ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ທ່ານ​ກ່າວ​ວ່າ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ບັນລຸ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ສ້າງ​ອະນາຄົດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ສະ​ເໝີ​ພາບ ​ແລະ​ເໝາະ​ກັບ​ການ​ດຳລົງ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ