"ງານສັບປະດາວັດທະນະທໍາຊິນຈ່ຽງ ສປ ຈີນ" ຈະຈັດຂຶ້ນຢູ່ປະເທດລາວ
2016-10-04 17:02:31  cri 
ເພື່ອສົ່ງເສີມມິດຕະພາບລະຫວ່າງສອງປະເທດລາວ-ຈີນ, ຊຸກຍູ້ການແລກປ່ຽນ ແລະຮ່ວມມືກັນ, ກະຊວງວັດທະນະທໍາ ສປ ຈີນ ແລະ
ອໍານາດການປົກຄອງເຂດປົກຄອງຕົນເອງເຜົ່າອຸຍເກີຊິນຈ່ຽງຈີນ ໄດ້ເປັນເຈົ້າພາບຈັດ"ງານສັບປະດາວັດທະນະທໍາຊິນຈ່ຽງ" ຢູ່ປະ
ເທດລາວ, ເຊິ່ງມີສະຖານທູດຈີນປະຈໍາລາວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວເປັນພາກສ່ວນຊີ້ນໍາ, ກົມພົວພັນ
ຕ່າງປະເທດ ກະຊວງວັດທະນະທໍາຈີນ, ສູນວັດທະນະທໍາຈີນ ປະຈໍາລາວແລະພະແນກວັດທະນະທໍາເຂດປົກຄອງຕົນເອງເຜົ່າວຸຍເກີຊິນ
ຈ່ຽງເປັນພາກສ່ວນປະຕິບັດງານ, ຈະພາທ່ານສຳຜັດ​ກັບ​ສະ​ເໜ່ຂອງ​ເຂດ​ຊິນຈ່ຽງ.

ເຂດປົກຄອງຕົນເອງເຜົ່າອຸຍເກີຊິນຈ່ຽງຕັ້ງຢູ່ ພາກຕາເວັນຕົກສຽງເໜືອຂອງຈີນ, ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແບ່ງອອກໄດ້ຂອງຈີນ
ຕັ້ງແຕ່ສະໄໝບູຮານ,ເປັນເຂດເຊື່ອມຈອດສອງທະວີບອາຊີ-ເອີຣົບ​ແລະເຊື່ອມໂຍງອະລິຍະທໍາຕາເວັນອອກ ແລະ ຕາເວັນຕົກ, ທັງ​ແມ່ນ
ທາງຜ່ານທີ່ສໍາຄັນທີ່ສຸດຂອງເສັ້ນທາງສາຍໄໝທາງບົກ. ຊິນຈ່ຽງເປັນເຂດທີ່ມີຫຼາຍຊົນເຜົ່າເຂົ້າມາຕັ້ງຖິ່ນຖານອາໄສ, ໜຶ່ງພັນປີຜ່ານມານີ້,
ໂດຍຄຽງຄູ່ກັບການພັດທະນາໃນປະຫວັດສາດ, ປະຊາຊົນບັນດາເຜົ່າກໍ​ຕ່າງໄດ້ສ້າງເອກກະລັກໂດດເດັ່ນຂອງຕົນ, ເຊິ່ງໄດ້ຮັບການຍ້ອງຍໍ
ເປັນວັດທະນະທໍາເສັ້ນທາງສາຍໄໝທີ່ອຸດົມສົມບູນ ຈາກທັງພາຍໃນ ແລະ ຕ່າງປະເທດແຕ່ອາດີດເຖິງປັດຈຸບັນ.

ງານສັບປະດາວັດທະນະທໍາຊິນຈ່ຽງຄັ້ງນີ້ຈະຈັດ​ຂຶ້ນ​ແຕ່ວັນທີ 9 ເຖິງ 15 ຕຸລາ ປີ 2016, ​ແລະໃນໄລຍະນີ້ຈະ​ຈັດ​ໃຫ້ມີການສະແດງສິລະ
ປະວັດທະນະທໍາໃນຫົວຂໍ້ "ມ່ວນຊື່ນກັບຊິນຈ່ຽງ", ການສາຍສາລະຄະດີກ່ຽວກັບຊິນຈ່ຽງໃນຫົວຂໍ້ "ມົນສະ​ເໜ່ ຊິນຈ່ຽງ", ການວາງ
ສະແດງມໍລະດົກທາງ​ດ້ານວັດທະນະທໍາທີ່ບໍ່​ເປັນ​ວັດຖຸໃນຫົວຂໍ້ "ຄວາມງາມຊິນຈ່ຽງ", ການວາງສະແດງຜົນງານພາບ-ສຽງ, ປຶ້ມໃນຫົວ
ຂໍ້ "ສຶກສາຊິນຈ່ຽງ", ການວາງສະແດງຮູບ​ພາບໃນຫົວຂໍ້ "ຄວາມປະທັບໃຈຊິນຈ່ຽງ" ແລະ ກອງ​ປະຊຸມ​ສົນທະນາກ່ຽວກັບວັດຖຸບູ
ຮານ ໃນຫົວຂໍ້ "ຊອກຄົ້ນຄວາມລັບຊິນຈ່ຽງ". ໂດຍຜ່ານບົດເພງກັບການຟ້ອນອັນຍອດຢ້ຽມ, ພາບເຄື່ອນ ແລະ ຂໍ້ມູນແທ້ຈິງອັນຄົບຖ້ວນ,
ສະແດງໃຫ້ເຫັນເຖິງຮີດຄອງປະເພນີຂອງປະຊາຊົນຊິນຈ່ຽງ, ທິວທັດທໍາມະຊາດ ແລະ ການພັດທະນາ​ໃນປະຫວັດສາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ