ລັດຖະສະພາ​ເອີ​ລົບ​ເຫັນ​ດີ​ສະຫະພາບ​ເອີ​ລົບ​​ໃຫ້​ສັດຕະ​ຍາ​ບັນ​ "ສັນຍາ​ປາຣີ"
2016-10-05 11:01:00  cri 
ຕາມ​ຂ່າວCRI: ວັນ​ທີ 4 ຕຸລາ​ນີ້, ລັດຖະສະພາ​ເອີ​ລົບ​ໄດ້​ລົງ​ຄະ​ແນນ​ສຽງ, ​ເຫັນ​ດີ​ສະຫະ ພາບ​ເອີ​ລົບ​ໃຫ້​ສັດຕະ​ຍາ​ບັນ​ "ສັນຍາ​ປາຣີ" . ສົ່ງ​ຜົນ​ເຮັດ​ໃຫ້ "ສັນຍາ​ປາຣີ" ມີ​ຫວັງ​ຈະ​ມີຜົນບັງຄັບ​ໃຊ້ກ່ອນ​ທ້າຍ​ປີ​ນີ້.

ກ່ອນ​ສະຫະພາບ​ເອີ​ລົບ​​​​ໃຫ້​ສັດຕະ​ຍາ​ບັນ​ "ສັນຍາ​ປາຣີ", ​ມີ 62 ຝ່າຍ​​ເຊັນ​ສັນ​ຍາ​​ໄດ້ໃຫ້ສັດຕະຍາບັນ "ສັນຍາ​ປາຣີ"ຢ່າງ​ເປັນ​ທາງ​ການ​, ​ແຕ່​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ 62 ​ຝ່າຍ​ດັ່ງກ່າວ​ພຽງ​ແຕ່​ກວມ 52% ຂອງ​ລວມຍອດ​ການ​ລະບາຍ​ຂອງ​ທົ່ວ​ໂລກ. ພາຍຫຼັງ​ສະຫະພາບ​ເອີ​ລົບ​​ໃຫ້​ສັດຕະຍາບັນ​ສັນຍາ​ດັ່ງກ່າວ​ແລ້ວ, ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ຝ່າຍ​ເຊັນ​ສັນຍາຈະ​ກວມ​ 55% ຂອງລວມ​ຍອດ​ການ​ລະບາຍ, ນີ້​ໄດ້ທຳລາຍ​ອຸປະສັກ​ບັດ​ໃຫ້​ແກ່ "ສັນຍາ​ປາຣີ" ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື, ​ສະຫະພາບ​ເອີ​ລົບ​ໄດ້ໃຫ້​ສັດຕະຍາບັນ​ "ສັນຍາ​ປາຣີ" ກ່ອນ​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງຕົນ​ສຳ​ເລັດຂັ້ນ​ຕອນ​ໃຫ້​ສັດຕະຍາບັນ​ຂອງ​ປະ​ເທດ​ຕ່າງໆ. ຕໍ່​​ໄປ, ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ທີ່​ຍັງ​ບໍ່​ທັນ​ໄດ້​​ໃຫ້​ສັດຕະຍາບັນ​ "ສັນຍາ​ປາຣີ" ຄວນ​ສຳ​ເລັດ​ຂັ້ນ​ຕອນ​ໃຫ້​ສັດຕະຍາບັນຂອງ​ປະ​ເທດ​ຕົນ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ