ຕຳຫຼວດ​ຫວຽດນາມມອບ​ຜູ້​ຕ້ອງ​ສົງ​ໄສ​ການ​ລະ​ດົ​ມ​ເງິນທຶນ​ຂອງ​ປະຊາຊົນ​ແບບ​ຜິດ​ກົດໝາຍໃຫ້​ແກ່​ຈີນ
2016-10-06 15:14:08  cri 

  ວັນ​ທີ 2 ຕຸລາ​ນີ້​ຢູ່​ສະໜາມ​ບິນເຊິນເຍິດນະ​ຄອນ​ໂຮ່​ຈີມິງປະ​ເທດ​ຫວຽດນາມ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດນາມ​ໄດ້ມອບ​ຜູ້​ຕ້ອງ​ສົງ​ໄສ​ການ​ລະ​ດົ​ມ​ເງິນທຶນຂອງ​ປະຊາຊົນ​ແບບ​ຜິດ​ກົດໝາຍສັນຊາດ​ຈີນຄົນ​ໜຶ່ງໃຫ້​ແກ່​ໜ່ວຍ​ງານ​ຕຳຫຼວດຈີນ​ໂດຍ​ເປັນ​ໝາກຜົນ​ທຳ​ອິດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ການຮ່ວມ​ມືຕໍ່ຕ້ານອາ​ຊະ​ຍາກຳລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ-ຫວຽດນຍາມ​ຄັ້ງ​ທີ 5.

  ຂ່າວ​ແຈ້ງວ່າ, ຫຼັງການລະ​ດົ​ມ​ເງິນ​ທຶນ​ຈຳນວນ​ຫຼວງ​ຫຼາຍຂອງ​ປະຊາຊົນ​​ເປັນ​​ໂດຍ​ການ​ອ້າງ​ໂຄງການ​ລົງທຶນ​ປອມ​, ຜູ້​ຕ້ອງ​ສົງ​ໄສ​ຄົນ​ນີ້​​ໄດ້​ໂຕນ​ໜີຢູ່​ຫວຽດນາມ​ໃນ​ເດືອນ​ມິຖຸນາ​ປີ​ນີ້.

  ຂະນະ​ທີ່​ຕາມ​ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ສອງ​ປະ​ເທດ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດນາມ​ໄດ້​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ຈີນ​ໃນ​ການໄລ່ຈັບຜູ້ໂຕນໜີ. ​ແນວ​ໃດ​ກໍ​ດີ, ຫຼັງ​ການສືບສວນ-ສອບ​ສວນ​ເປັນ​ເວລາ​ຫຼາຍ​ມື້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດນາມ​​ກໍ​ໄດ້​ພົບ​ແລະ​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ນີ້​ຢູ່​ເມືອງເກິນເທີປະ​ເທດ​ຕົນ​ໃນ​ຕອນ​ຮຸ່ງ​ເຊົ້າ 1 ​ໂມງ​ຂອງ​ວັນ​ທີ 29 ກັນຍາ​ທີ່ຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ