ເລິ່ມຖ່າຍທຳ ສາລະ​ຄະດີ​ວັດທະນະທຳ​ຂະໜາດ​ໃຫຍ່​ເລື່ອງ "ທີ່​ນີ້​ປະ​ເທດ​ຈີນ"&
2016-10-06 15:01:43  cri 

ຕາມ​ຂ່າວ​CRI: ວັນ​ທີ 5 ຕຸລາ​ນີ້, ​​ ສາລະ​ຄະດີ​ວັດທະນະທຳ​ຂະໜາດ​ໃຫຍ່ ​ເລື່ອງ"ທີ່​ນີ້ປະ​ເທດ​ຈີນ" ທີ່ວາງ​ແຜນ​ຮ່ວມ​ກັນໂດ​ຍສູນ​​​ເຜີຍ​ແຜ່ວັດທະນະ​ທຳ​ຈົ່ງ​ເຊີ້​ຢາ​ຢູ້ນປັກ​ກິ່ງ, ພະ​ແນ​ກພາສາ​ຣັດ​ເຊຍ​ຂອງ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ແລະ ​ໂທລະພາບຣັດ​ເຊຍ​ວັນ​ນີ້ ຫຼື RT ​ແຫ່ງຣັດ​ເຊຍ​​ເລິ່ມຖ່າຍທຳ​ຢູ່​ທີ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.

ສາລະ​ຄະດີ​ເລື່ອງ "ທີ່​ນີ້ປະ​ເທດ​ຈີນ" ​​ແມ່ນ​ໂຄງການ​ເຜີຍ​ແຜ່​ບັນທຶກ​ຈີນ, ຈະ​ຖ່າຍທຳ ​ແລະ ຜະລິດ​ສາລະ​ຄະດີ​ໂທລະພາບຫົວ​ຂໍ້​ພິ​ເສດ​ ​ເພື່ອ​ອອກ​ອາກາດຢູ່​ສື່​ມວນ​ຊົນ​ສຳຄັນ​ຂອງ​ຕ່າງປະ​ເທດ, ​ໂດຍ​ຈະແນະນຳ​ພາບ​ພົດ​ຂອງ​ຈີນ​ ​ແລະ​ເຜີຍ​ແຜ່ວັດທະນະທຳ​ຈີນ. ສາລະ​ນະ​ດີ​ຈະ​ຖືກ​ແປ​ເປັນ 3 ພາສາ, ຄື, ພາສາ​ຈີນ, ພາສາຣັດ​ເຊຍ ​ແລະ ພາສາ​ອັງກິດ ​ແລະ ອອກ​ອາກາດ​ຢູ່ສື່​ມວນ​ຊົນ​ສຳຄັນ​ຫຼາຍ​ແຫ່ງ​ຂອງ​ຕ່າງປະ​ເທດ ​ເຊັ່ນ, ໂທລະພາບ RT ​ແຫ່ງຣັດ​ເຊຍ ​ແລະ CCTV ຂອງ​ຈີນ​ເປັນ​ຕົ້ນ​ແຕ່​ທ້າຍ​ປີ 2016 ຫາ​ປີ 2017.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ