ຟິລິບປິນ​ແຈ້ງ​​ອາ​ເມ​ລິ​ກາ​ໃຫ້​ຢຸດຕິ​ແຜນການ​ລາດຕະ​ເວນ​ຮ່ວມ​ກັບ​ກອງທັບ​ອາ​ເມ​ລິ​ກາ​ຢູ່​ທະ​ເລ​ຈີນ​ໃຕ້
2016-10-08 16:13:01  cri 
ວັນ​ທີ7ຕຸລາ​ນີ້,​ທ່ານ​​ເດ​ວຟິນ ​ໂລ​ເຣັນຊາ​ນາ,​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນຢືນຢັນ​ວ່າ,​ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ, ປະທານາທິບໍດີ​ຟິລິບ​ປິນ, ​ລັດຖະບານ​ຟິລິບ​ປິນ​ໄດ້​ແຈ້ງ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​​ໃຫ້​ຢຸດຕິ ແຜນການ​ລາດຕະ​ເວນ​ຮ່ວມ​ກັບ​ກອງທັບ​ອາ​ເມ​ລິ​ກາ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານ​ໂລ​ເຣັນຊາ​ນາ​ໃຫ້​ຮູ້​ວ່າ,​ທ່ານ​ດູ​ເຕີ​ເຕຍັງຫວັງ​​ໃຫ້​ຢຸດຕິ​ການ​ຊ້ອມ​ຮົບ​ຮ່ວມ28ຄັ້ງ​ໃນ​ທຸກ​ປີລະຫວ່າງ​ຟິລິບ​ປິນກັບ​ອາ​ເມ​ລິ​ກາ​ໃນ​ປັດຈຸບັນ,ທັງ​ເນັ້ນ​ວ່າ,​ຖ້າ​ອາ​ເມ​ລິ​ກາ​ຍົກ​ເລີກ​ການ​ຊ່ວຍ​ເຫຼືອ​ທາງ​ການ​ທະຫານ​ຕໍ່​ຟິລິບ​ປິນ, ກອງ​ທະຫານ​ຟິລິບ​ປິນກໍ່​ມີ​ວີ​ທີ​ແກ້​ໄດ້.

​ໃນ​ເວທີ​ປຶກສາ​ຫາລືສື່​ມວນ​ຊົນ​ທີ່​ຈັດ​ຂຶ້ນ​ຢູ່​ມະນີລາ, ທ່ານ​ໂລ​ເຣັນຊາ​ນາ​ເຜີຍ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ​ໄດ້​ຊ່ວຍ​ເຫຼືອ​ຟິລິບ​ປິນດ້ານ​ການ​ທະຫານ​ ມີ​ມູນ​ຄ່າ​ແຕ່50ລ້ານ​ຫາ 100ລ້ານ​ໂດ​ລາ​ໃນ​ທຸກ​ປີ,​​ໃນ​ນັ້ນ​ 30ລ້ານ​ໂດ​ລາ​ສະໜອງ​ໃຫ້​​ແກ່ການ​ຊ້ອມ​ຮົບ​ຮ່ວມ.​ຍ້ອນ​ວ່າ​ທ່ານ​ດູ​ເຕີ​ເຕກ່າວ​ວ່າ, ການ​ຊ້ອມ​ຮົບ​ຮ່ວມ​ຂຶ້ນ​ບົກ"ຟິບ​ເລັກ​ສ໌"ປີ2016ທີ່​ກຳລັງ​ຈັດ​ຂຶ້ນ​ນັ້ນ​ຈະ​ແມ່ນ "ການ​ຊ້ອມ​ຮົບ​ຮ່ວມ​ເທື່ອ​ສຸດ​ທ້າຍ​ລະຫວ່າງ​ຟິລິບ​ປິນກັບ​ອາ​ເມ​ລິ​ກາ", ຈາກ​ນີ້​ຈະ​ເຮັດ​ໃຫ້​ຟິລິບ​ປິນບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ​ເຫຼົ່າ​ນີ້.

ທ່ານ​ໂລ​ເຣັນຊາ​ນາກ່າວ​ໂດຍເຊື່ອ​ວ່າ​ເປົ້າ​ໝາຍ​ຂອງ​ທ່ານ​ດູ​ເຕີ​ເຕ​​,ຄືຢາກ​ໃຫ້​ຟິລິບ​ປິ​ນອາ​ໄສ​ອາ​ເມ​ລິ​ກາ​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ