ປະທານາທິບໍດີ​ໂກ​ລົມ​ບີ​ໄດ້​ລາງວັນ​ສັນຕິພາບໂນ​ເບ​ວປີ 2016
2016-10-08 10:54:39  cri 
ວັນ​ທີ 7 ຕຸລາ​ນີ້, ທ່ານ​ກາ​ຊີ ກົວມັນ ຟີ​ວ ປະທານ​ຄະນະ​ກຳມະການ​ໂນ​​ເບວຂອງ​ໂນ​ເວປະກາດ​ວ່າ, ຈະ​ມອບ​ລາ​ງວັນ​ສັນຕິພາບ​ໂນ​ເບ​ວປີ 2016 ​ໃຫ້​ທ່ານ​ຮູ​ອັນ ມາ​ນູ​ແອນ ຊັນ​ໂຕ​ສ ກາວ​ເດ​​ຣົງ ປະທານາທິບໍດີ​ໂກ​ລົມ​ບີ, ​ເພື່ອ​ຊົມ​ເຊີຍ​ຄວາມ​ພະຍາຍາມ​​ໃນ​ການ​ຢຸດຕິ​ສົງຄາມ​ພາຍ​ໃນ​ຂອງ​​ປະ​ເທດ​ທີ່​ໄດ້​ດຳ​ເນີນມາ 50 ກວ່າ​ປີ. ທ່ານ​ຟີ​ວກ່າວ​ວ່າ, ​ເຖິງ​ວ່າ​ປະສົບ​ຄວາມຫຍຸ້ງຍາກ​ລຳ​ບາກ, ປະຊາຊົນ​ໂກ​ລົມ​ບີ​ກໍບໍ່​ເຄີຍ​ປ່ອຍຄວາມ​ຫວັງ​ໃນ​ການສະ​ແຫວ​ງຫາ​ຄວາມ​ເປັນ​ທຳ​ແລະ​ສັນຕິພາບ. ລາງວັນ​ນີ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​​ເຄົາລົບຕໍ່​ປະຊາຊົນ​ໂກ​ລົມ​ບີ​ແລະ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ຂະ​ບວນການ​ສັນຕິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ