ໃນສັບປະດາຄຳວັນຊາດຈີນ, ທົ່ວປະເທດຈີນໄດ້ຕ້ອນຮັບນັກທ່ອງທ່ຽວ 593 ລ້ານ​ເທື່ອຄົນ
2016-10-08 10:56:03  cri 

ວັນ​ທີ 7 ຕຸລາ​ນີ້, ອົງ​ການທ່ອງທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​​ເປີດ​ເຜີຍບົດ​ລາຍ​ງານ​ສະພາບການ​ຕະຫຼາດທ່ອງ​ທ່ຽວ​ໃນ​ວັນພັກ​ວັນຊາດ​ຈີນ, ​ໂດຍ​ສະ​ເພາະສັບປະດາ​ຄຳ​ວັນຊາດ​ຈີນປີ 2016, ຄວາມ​ຕ້ອງການ​ຂອງຕະຫຼາດທ່ອງທ່ຽວ​ສົດ​ໃສ, ຈັງຫວະ​ຂະຫຍາຍຕົວໝັ້ນ​ທ່ຽງ​ໂດຍ​​ລວມ​ໂດຍ​ໃນທົ່ວ​ປະ​ເທດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເຖິງ 593 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 12, 8 % ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ແລະ​ສົ່ງ​ຜົນ​ເຮັດ​ໃຫ້​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຈາກ​ການທ່ອງທ່ຽວ​ 482ຕື້ 200ລ້ານ​ຢວນ, ​ເພີ່ມ​ຂຶ້ນ 14,4% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ບີ​ຜ່ານ​ມາ​ເຊັ່ນ​ດຽວ​ກັນ.

ໃນ​ສັບປະດາ​ຄຳ​ວັນຊາດ​ຈີນ, ມູນ​ຄ່າ​ຂາຍ​ຂອງ​ວິ​ສາ​ຫະກິດຂາຍຍ່ອຍ​ແລະ​ອາຫານ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ. ​ໂດຍກະຊວງ​ການ​ຄ້າ​ຈີນ​​ເປີດ​​ເຜີຍ​ວ່າ, ​ໃນ​ສັບປະດາ​ດັ່ງກ່າວ, ວິ​ສາ​ຫະກິດ​ຂາຍຍ່ອຍ​ແລະ​ອາຫານ​ທົ່ວ​ປະ​ເທດ​ບັນລຸ​ມູນ​ຄ່າ​ການ​ຂາຍ​ປະມານ 1200ຕື້​ຢວນ, ​ເພີ່ມ​ຂຶ້ນ 10,7% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ