ປະທານາທິບໍດີ​ຟິລິບ​ປິນຈະ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ
2016-10-09 10:51:27  cri 
  ໜັງສືພິມການ​ຄ້າຟິລິບ​ປິນສະບັບ​ວັນ​ທີ 9 ຕຸລາ​ນີ້​ລາຍ​ງານ​ວ່າ: ການ​ເດີນທາງ​​ຢ້ຽມຢາມ​ຈີນ​ຂອງທ່ານ ໂຣດຣີ​ໂກ ດູເຕີ​ເຕ ປະທານ​າທິບໍດີ​ປະ​ເທດ​ຕົນ​​ໄດ້​ຍົກ​ລະດັບ​ຂຶ້ນ​ເປັນການ​ຢ້ຽມຢາມ​ທາງ​ລັດຖະກິດ​​​ແລະເປັນການຢ້ຽມຢາມ​​ທາງ​ລັດຖະ ກິດ​ເທື່ອ​ທຳ​ອິດຂອງທ່ານ ດູເຕີ​ເຕ ພາຍຫຼັງ​ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິ ບໍດີ​ເປັນ​ເວລາ 3 ​ເດືອນຜ່ານ​ມາ, ຂະນະ​ທີ່​ຈີນ​ກໍເປັນປະ​ເທດ​ທຳ​ອິດ​ທີ່​ທ່ານ ດູເຕີ​ເຕ ​​​ຢ້ຽມຢາມ​ຕ່າງປະ​ເທດນອກຈາກ​ປະ​ເທດ​ສະມາຊິກ​ອາ​ຊຽນ.

  ສື່​ມວນ​ຊົນ​ຟິລິບ​ປິນອ້າງ​ຕາມການ​ເປີດ​ເຜີຍຂອງ​ຜູ້​ສັນທັດ​ກໍລະ​ນີລາຍງານວ່າ: ຫຼັງ​ການ​ປຶກສາ​ຫາລື​ລະຫວ່າງ​ເຈົ້າ​ໜ້າ​ທີ່​ສອງ​ປະ​ເທດ​ຟິລິບ​ປິນ-ຈີນ​ແລະ​ຮອດ​ມື້ວານ​ນີ້ສອງ​ຝ່າຍ​​ໄດ້ຕົກລົງ​ຍົກ​ລະດັບ​ການ​ຢ້ຽມຢາມ​ເທື່ອ​ນີ້​ຈາກ​ການ​ຢ້ຽມຢາມ​ທາງ​ການ​ຂຶ້ນ​ເປັນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ. ຂະນະ​ດຽ​ວກັນ​ກໍໃຫ້ເລື່ອນເວລາ​ການ​ຢ້ຽມຢາມຕາມ​ແຜນການ​ເດີມທີ່​ກຳນົດ​ແຕ່ວັນ​ທີ 20-21 ຕຸລາ​ນີ້ມາເປັນ​ວັນ​ທີ 18-21 ຕຸລາ​ນີ້​​​.

  ໜັງສືພິມການ​ຄ້າຟິລິບ​ປິນລາຍ​ງານ​​ໂດຍຄາດ​ວ່າ​ທ່ານ ດູເຕີ​ເຕ ຈະ​ພົບ​ປະ​ກັບ​ການ​ນຳ​ຈີນ​ໃນ​ວັນ​ທີ 20 ຕຸລາ​ນີ້​ແລະ​ຈະ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ທ່ານອື່ນໆຂອງ​ຈີນ. ​ຂະນະ​ທີ່ໃນ​ໄລຍະ​ຢ້ຽມຢາມປັກ​ກິ່ງ, ຍັງຈະ​ພົບ​ປະ​ກັບ​ຜູ້​ແທນ​ການ​ຄ້າ​ຈີນ, ຊາວ​ຟິລິບ​ປິນຢູ່​ຈີນ​ແລະ​ອື່ນ​ໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ