ປະທານາທິບໍດີ​ຟີ​ລິບ​ປິນທ້າ​ທາຍ​ອາ​ເມ​ລິ​ກາ​ອີກ​ຄັ້ງ​ໃໝ່
2016-10-10 16:57:30  cri 
ໜັງສືພິມ​ມາ​ນີລາ​ທາມ​ສະບັບວັນ​ທີ 9 ຕຸລາ​ນີ້​ລາຍ​ງານ​ວ່າ: ທ່ານ​ໂຣດຣີ​ໂກ ດູ​ເຕີ​​​ເຕ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ຖະ​ແຫຼ​ງ​ເມື່ອ​ມໍ່ໆ​ນີ້​ໂດຍ​ທ້າ​ທາຍ​ອາ​ເມ​ລິ​ກາ​ວ່າ: "ພວກ​ເຈົ້າ​ຢາກ​ໂຄນ​ລົ້ມ​ຂ້າພະ​ເຈົ້າ​ແລະຢາກ​ໃຊ້​ອົງການ​ຂ່າວ​ລັບສູນ​ກາງອາ​ເມ​ລິ​ກາກໍ​ໃຫ້ມາ​ໂລດ."ທ່ານ​ດູ​ເຕີ​ເຕທັງ​ຢືນຢັນ​ວ່າ​ເດັດຂາດ​ບໍ່​ອະນຸຍາດ​ໃຫ້​ອາ​ເມ​ລິ​ກາ​ຖື​ຟີ​ລິບ​ປິນ​ເປັນ​ຜູ້​ເຝົ້າ​ປະຕູຂອງ​ຕົນ.

​ໃນ​ຄຳຖະ​ແຫຼ​ງດັ່ງກ່າວ, ທ່ານ​ດູ​ເຕີ​ເຕຍັງ​ຢືນຢັນແນ​ໃສ່​ກໍລະນີ​ຂ່າວ​ລາຍ​ງານ​ວ່າ​ອາ​ເມ​ລິ​ກາ​ຈະ​ຢຸດຕິ​ການ​ຊ່ວຍ​ເຫຼືອ​ຟິລິບ​ປິນນັ້ນ ວ່າ ຟີ​ລິບ ປິນຈະ​ບໍ່​ຂໍທານ​ນຳ​ອາ​ເມ​ລິ​ກາ ​ເພາະວ່າ​​ເຖິງ​ວ່າ​ຈະ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າຟີ​ລິບ​ປິນກໍ​ສາມາດ​ຢູ່​ລອດ​ໄດ້.

ນັບ​ແຕ່​ຂຶ້ນ​ກຳ​ອຳນາດ​ໃນ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້, ທ່ານ​ດູ​ເຕີ​ເຕມີ​ຄວາມ​ຂັດ​ແຍ້​ງກັບ​ອາ​ເມ​ລິ​ກາ​ເລື້ອຍໆສົ່ງ​ຜົນ​ໃຫ້ສາຍ​ພົວພັນ​ຟີ​ລິບ​ປິນ-ອາ​ເມ​ລິ​ກາ​ປະສົບ​ຄວາມ​ຫຍຸ້ງຍາກ​ສັບສົນ. ຕາມ​ຂ່າວ​ແຈ້ງວ່າ: ຜົນ ​ການ​ສຳຫຼວດຢ່າງ​ເປັນ​ອິດສະຫຼະ​ຄັ້ງ​ຫຼ້າ​ສຸດຂອງອົງການໜຶ່ງ​ຂອງ​ຟີ​ລິບ​ປິນສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ທ່ານ​ດູ​ເຕີ​ເຕຂຶ້ນ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຟີ​ລິບ​ປິນມາ​ນີ້, ອັດຕາ​ສະໜັບສະໜູນ​ໄດ້ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄົນ​ຟີ​ລິບ​ປິນທີ່​ໃຫ້​ສຳພາດ ມີ 76% ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ການ​ປະພຶດ​ຕົວ​ຂອງ​ທ່ານ​ດູ​ເຕີ​ເຕ​ແລະຜູ້​ບໍ່ພໍ​ໃຈ​ກວມ 11%, ຜູ້​ໃຫ້​ສຳພາດ​ສ່ວນ​ຫຼາຍ​ເຫັນ​ດີ​ນຳ​ມາດ​ຕະການ​ເຂັ້ມ​ແຂງ​ຂອງ​ທ່ານ​ດູ​ເຕີ​ເຕ​ໃນ​ການ​ປາບ​ອາ​ຊະ​ຍາ​ກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ