ເລີ່ມປະຕິບັດຈັດເກັບອາກອນມູນຄ່າເພີ່ມ 10% ຢູ່ ດ່ານ ຂົວມິດຕະພາບ ລາວ-ໄທ 1 ຕົ້ນເດືອນພະຈິກ
2016-10-10 16:57:44  cri 
  ຂປລ. ກະຊວງ​ການ​ເງິນ ​ໄດ້​ອອກ​ຂໍ້ກຳນົດວ່າ​ດ້ວຍ​ການຈັດ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ ສຳ​ລັບ​ເຄື່ອງ​ຂອງ​ຕິດ​ຕົວ​ຜູ້​ໂດຍສານໃນ​ອັດຕາ 10% ຂອງ​ມູນ​ຄ່າ​ເຄື່ອງ​ຂອງ ​ເຊິ່ງ​ໄດ້​ກຳນົດ​ເປົ້າ​ໝາຍ​ຜູ້​ໂດຍສານ​ພົນລະ​ເມືອງ​ລາວ, ຄົນ​ຕ່າງ​ດ້າວ, ຄົນ​ຕ່າງປະ​ເທດ ທີ່​ເດີນທາງ ອອກ-​ເຂົ້າ ສປປ ລາວ ບໍ່​ມີ​ລັກສະນະ​ປະ ຈຳ ຊື້​ເຄື່ອງ​ຕິດ​ຕົວ​ເຂົ້າ​ມາ​ຊົມ​ໃຊ້ ​ໂດຍ​ບໍ່​ເປັນ​ລັກສະນະ​ການ​ຄ້າ ຫລື ຈຸດປະສົງ​ທາງ​ການ​ຄ້າ, ມີ​ມູນ​ຄ່າ​ບໍ່​ສູງ ​ແມ່ນ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໃນ​ມູນ​ຄ່າ​ບໍ່​ເກີນ 50 ​ໂດ​ລາ​ສະຫະລັດ ຫລື ປະມານ 4 ​ແສນ​ກີບ, ຖ້າ​ເກີນມູນ​ຄ່າດັ່ງກ່າວ, ຕ້ອງ​ໄດ້​​ແຈ້ງ​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ ​ໃນ​ອັດຕາ 10%, ​ໃນ​​​ເບື້ອງຕົ້ນ​ຈະ​ເລີ່​ມຈັດ​ຕັ້ງ​ປະຕິບັດ​ຢູ່ ດ່ານ​ຂົວ​ມິດຕະພາບ ລາວ-​ໄທ 1 ​ເທົ່າ​ນັ້ນ, ຄາດ​ວ່າຈະ​ເລີ່​ມຈັດ​ຕັ້ງ​ປະຕິບັດໃນ​ຕົ້ນ​ເດືອນ​ພະຈິກ 2016 ນີ້ ຈາກ​ນັ້ນ, ຈຶ່ງ​ຈະ​ພິຈາລະ​ນາ​ຜັນ​ຂະຫຍາຍ​ໄປ​ນຳ​ໃຊ້​ຢູ່​ບັນດາ​ດ່ານ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

  ທ່ານ ບຸນ​ປະ​ເສີດ ສີ​ກຸນລະບຸດ ຮັກສາ​ການ​ຫົວໜ້າ​ກົມ​ພາສີ ກະຊວງ​ການ​ເງິນ ​ໄດ້​ລາຍ​ງານ​ໃຫ້​ຮູ້ ​ໃນ​ວັນ​ທີ 7 ຕຸລາ 2016 ນີ້ ວ່າ: ການ​ກຳນົດ​ລະບຽບ​ການ​ດັ່ງກ່າວ, ​ແມ່ນ​ອີງ​ໃສ່​ກົດໝາຍ​ສວຍ​ສາ​ອາ ກອນ ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ກົດໝາຍ​ວ່າ​ດ້ວຍ​ພາສີ ​ເຊິ່ງ​ໄດ້​ກຳນົດ​ລະອຽດ​ໃນ​ບົດ​ແນະນຳ ຂອງກະຊວງ​ການ​ເງິນ ວ່າ​ດ້ວຍ​ການ​ຍົກ​ເວັ້ນ ພາສີ-ອາກອນ ​ແລະ ພັນທະ​ອື່ນໆ​ທົ່ວ​ໄປ. ຈຸດປະສົງ​ຂອງ​ການ​ອອກ​ລະບຽບ​ການ​ດັ່ງກ່າວ, ​ແນ​ໃສ່​ຍົກ​ສູງ​ສະຕິ​ໃນ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການ​ຂອງສປປ ລາວ ​ໃຫ້​ສູງ​ຂຶ້ນ, ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ເຄື່ອນ​ໄຫວ​ ຂອງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ໃຫ້​ເຄື່ອນ​ໄຫວ​ໄດ້​ດີ​ຂຶ້ນ ​ແລະ ຈັດ​ເກັບ​ບັນດາ​ແຫ​ລ່ງລາຍ​ຮັບ​ເຂົ້າ​ງົບປະມານ​ແຫ່ງ​ລັດ ຕາມ​ກົດໝາຍ ​ແລະ ລະບຽບ​ການ​ທີ່ໄດ້​ກຳນົດ​ໄວ້. ​ເຊິ່ງ​ເປົ້າ​ໝາຍ​ໃນ​ການຈັດ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ 10% ​​ແມ່ນ​ຈັດ​ເກັບ​ນຳ​ຜູ້​ໂດຍສານ​ ທີ່​ເດີນທາງ​ເຂົ້າ-ອອກ ດ້ວຍ​ລົດ​ສ່ວນ​ຕົວ, ສ່ວນ​ຜູ້​ໂດຍສານ​ທີ່​ເດີນທາງ​ມາ​ນຳ​ລົດ​ເມ ທີ່​ຖື​​ເຄື່ອງ​ຂອງ​ຕິດ​ຕົວ​ເຂົ້າ​ມາຈຳນວນ​ເລັກ​ນ້ອຍ, ລວມ​ເຖິງ​ຜູ້​ໂດຍສານ​ຕ່າງປະ​ເທດ ທີ່​ເດີນທາງ​ເຂົ້າ​ມາ​ທ່ອງ​ທ່ຽວ ​ແມ່ນ​ຈະ​ບໍ່​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ 10% ​ເວັ້ນ​ແຕ່​ນຳ​ເຂົ້າ​ສິນ​ຄ້າ​ເຄື່ອງ​ຂອງ​ເປັນ​ຈຳນວນ​ຫລາຍ, ມີ​ລັກສະນະ​ການ​ຄ້າ ຕ້ອງ​ໄດ້​ເສຍ​ພາສີ​ອາກອນຕາມ​ກົດໝາຍ ​ແລະ ລະບຽບ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ