ຈີນຊີ້ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະບານອາ​ເມ​ລິ​ກາ​ຕຳ​ໜິ​ກອງ​ຮັກສາ​ສັນຕິພາບ​ຈີນ​ປະຈຳ​ຊູ​ດັງ​ໃຕ້​ນັ້ນ​​ບໍ່​ຖືກກັບ​ຄວາມ​ຈິງ
2016-10-12 16:00:48  cri 

ກອງກຳລັງຮັກສາສັນຕິພາບຈີນປະຕິບັດໜ້າທີ່ຢູ່ຊູດັງໃຕ້.

ເມື່ອ​ບໍ່​ດົນ​ມາ​ນີ້, ສູນ "ສາ​ມັນ​ຊົນ​ຢູ່​ເຂດປະ​ທະ​ກັນ" ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນຫຼວງວໍ​ຊິງ​ຕັນ​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ກ່ຽວ​ກັບ​ກອງ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​ຮັບ​ມື​ກັບ​ເຫດ​ປະ​ທະ​ກັນ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ນະຄອນຫຼວງ​ຈູ​ບາ​ປະ​ເທດ​ຊູ​ດັງ​ໃຕ້​ໃນ​ເດືອນ​ກໍລະກົດ​ປີ​ນີ້​ໂດຍ​ມີເນື້ອ​ໃນ​ຕຳ​ໜິການ​ປະຕິບັດ​ໜ້າ​ທີ່​ຂອງ​ກອງ​ກຳລັງ​ຮັກສາ​ສັນຕິພາບ​ຈີນ​ປະຈຳ​ຊູ​ດັງ​ໃຕ້.

ຕໍ່​ກໍລະນີ​ດັ່ງກ່າວ, ທ່ານ​ຢາງ​ຢູຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນປະ​ເທດ​ຈີນ​ຢືນຢັນ​ໃນ​ວັນ​ທີ 11 ຕຸລາ​ນີ້​ວ່າ: ການ​ຕຳ​ໜິດັ່ງກ່າວ ​ບໍ່​ຖື​ກກັບ​ຄວາມ​ຈິງ​ແຕ່​ປະການ​ໃດ ​​ແລະ​ເປັນ​ການ​ເສກ​ສັນ​ປັ້ນ​ຂ່າວ​ດ້ວຍ​ເຈດ​ຕະນາ​ຮ້າຍ. ທ່ານ​ຢາງ​ຢູຈຸ່ນ​ຢືນຢັນ​ວ່າ: ວັນ​ທີ 11 ກໍລະກົດ​ຜ່ານ​ມາ, ສອງ​ຝ່າຍ​ທີ່​ຂັດ​ແຍ້​ງ​ກັນ​ພາຍ​ໃນ​ຊູ​ດັງ​ໃຕ້​ໄດ້​ຍິງ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ. ​ແນວ​ໃດ​ກໍ​ດີ, ​ເຖິງ​ວ່າ​ມີກໍລະນີ​ທີ່​ທະຫານ​ຮັກສາ​ສັນຕິພາບ​ຈີ​ນ​​ບາດ​ເຈັບ​ແລະ​ເສຍ​ຊີວິດກໍ​ຕາມ​ແຕ່ກອງ​ກຳລັງ​ຮັກສາ​ສັນຕິພາ​ບຈີນ​ຍັງ​ຄົງ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ຕົນຢ່າງ​​ເດັດດ່ຽວ. ກ່ອນ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ເປີ​ດ​ເຜີຍ​ຜົນ​ການ​ສືບສວນ, ການ​ຕຳ​ໜິຕິຕຽນ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​​ແຕ່​ປະການ​ໃດ​ຕໍ່​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ​ລ້ວນ​ແຕ່​ເປັນ​ການ​ກະທຳ​ທີ່​ຂາດ​ຄວາມ​ຮັບຜິດ​ຊອບ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ