ກອງ​ປະຊຸມ​ເວທີ​ປຶ​ກສາ​ຫາລື​ຊ່ຽງ​ຊ່ານ​ຄັ້ງ​ທີ 7 ​ບັນລຸ​ຄວາມ​ເປັນ​ເອກະ​ພາບ 5 ຂໍ້
2016-10-12 16:22:38  cri 
ວັນ​ທີ 11 ຕຸລາ​ນີ້, ກອງ​ປະຊຸມ​ຄົບ​ຄະນະ 4 ຄັ້ງ​ຂອງເວທີ​ປຶກສາ​ຫາລື​ຊ່ຽງ​ຊ່ານ​ຄັ້ງ​ທີ 7 ​ໄດ້ອັດ​ລົງ​ຢ່າງ​ເປັນ​ທາງ​ການ. ​​ໂດຍພົນ​ເອກ​ຊ້າຍຢິ່ງ​ຖິງ, ປະທານ​ສະມາຄົມ​ວິທະຍາສາດ​ການ​ທະຫານ​ທັງ​ເປັນຫົວໜ້າສະ​ຖາ​ບັນ​ວິທະຍາສາດ​ການ​ທະຫານ​ຈີນ​ໄດ້ກ່າວ​ປາ​ໄສ​​ເຊິ່ງຊີ້​ໃຫ້​ເຫັນ​ວ່າ, ຜູ້​ແທນ​ກອງ​ປະຊຸມ​ໄດ້ເປັນ​ເອກະ​ພາບ​ກັນ​ຂອງ​ຜູ້​ຮ່ວມ​ປະຊຸມ​ເປັນ 5 ຂໍ້​ຄື:

ໜຶ່ງ, ການຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ອາຊີ​ປາຊີ​ຟິກແມ່ນ​ຄວາມ​ຮັບຜິດ ຊອບ​ຮ່ວມ​ກັນ​ຂອງທຸກປະ​ເທດ.
ສອງ, ປະ​ເທດ​ຕ່າງໆ​ຕ້ອງ​ໄດ້​ຮ່ວມ​ມື​ກັນ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ຢ່າງ​ສຸດ​ຂີດ.
ສາມ, ລັດທິ​ກໍ່​ການ​ຮ້າຍ​ແມ່ນ​ສັດຕູ​ຮ່ວມ​ກັນ​ຂອງ​ມະນຸດ, ປະຊາ​ຄົມ​ໂລກ​ຄວນ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍທຸກ​ຮູບ​ການ.
ສີ່, ການຮ່ວມ​ກັນ​ຊຸກຍູ້​ການ​ປະຕິ​ຮູບ​ລະບົບ​ປັບປຸງ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຍຸກ​ສະ​ໄໝ. ​​ເຊິ່ງການ​ທີ່​ຈະປັບປຸງ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນນັ້ນ, ຄວນ​ຍຶດໝັ້ນ​ຫຼັກການ​ປຶກສາ​ຫາລື​ຮ່ວມ​ກັນ, ກໍ່ສ້າງ​ຮ່ວມ​ກັນ​ແລະ​ແບ່ງປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ຍຶດໝັ້ນ​ຊຸກຍູ້​ການ​ປັບປຸງ​ຄວາມ​ໝັ້ນຄົງ​ຂອງ​ໂລກ​ຢ່າງ​ເດັດດ່ຽວ.
ຫ້າ, ຮ່ວມ​ກັນ​ຊຸກຍູ້​ການສ້າງສາ​ຍພົວພັນ​ສາກົນ​ແບບ​ໃໝ່​ທີ່​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ບັນຫາ​ນີ້, ປະ​ເທດ​ຕ່າງໆ​ຄວນ​ຍຶດໝັ້ນ​ການ​ພັດທະນາ​ໂດຍ​ສັນຕິ, ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ, ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ຮ່ວມ​ກັນ​ໃນ​ຂະນະ​ທີ່​ປະ​ເທດ​ຕົນ​ສະ​ແຫວ​ງຫາ​ການ​ພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ