ນາຍົກ​ກຳປູ​ເຈຍຊີ້: ທ່ານ​ສີ​ຈິ້ນ​ຜິ​ງຢ້ຽມຢາມ​ກຳປູ​ເຈຍ​ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດກ້າວ​ຂຶ້ນ​ສູ່ລະດັບ​ສູງ​ກວ່າ​ເກົ່າ
2016-10-13 16:11:23  cri 
​​ໃນ​​ໂອກາດ​ທີ່​ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ຈະ​ຢ້ຽມຢາມ​ກຳປູ​ເຈຍ​ທາງ​ລັດຖະກິດ​ໃນ​ໄວໆ​ນີ້, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ຢູ່​ນະຄອນ ຫຼວງພະນົມ​ເປັນ​ວ່າ, ​ຫຼາຍ​ປີຜ່ານມາ, ສາຍ​ພົວພັນ​ລະ​ຫວ່າງ​ກຳປູ​ເຈຍ​ກັບ​ຈີນ​ໄດ້​ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ​ແລະ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງ​ທີ່​ສາຍ​ພົວພັນ​ມິດຕະພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​​ໃຫ້​ດີ, ຂະນະ​ດຽວ​ກັນ​ນັ້ນກໍ​ເພີ່ມ​ທະວີ​​ແລະ​ປັບປຸງການ​ຮ່ວມ​ມື​ຫຼາຍ​ຝ່າຍ​ພາຍ​ໃຕ້​ຂອບ​ອົງການ​ສະຫະ​ປະຊາ​ຊາດ, ອາ​ຊຽນ, ກອງ​ປະຊຸມ​ອາຊີ​ເອີ​ລົບ, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳລ້ານຊ້າງ-​ແມ່​ນ້ຳຂອງ​ແລະ​ອື່ນໆ. ກຳປູ​ເຈ​ຍ​ແລະ​ຈີນ​ຄວນ​ເພີ່ມ​ທະວີ​ການ​ຮ່ວມມື, ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນແລະ​ບັນລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ​ໃນ​​ໂອກາດ​ທ່ານ​ສີ​ຈິ້ນ​ຜິ​ງຢ້ຽ​ມຢາມ​ກຳປູ​ເຈຍ, ສອງ​ປະ​ເທດ​ຈະ​ລົງ​ນາມ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະບັບ, ລົງ​ເລິ​ກການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ, ທັງ​ໝົດນີ້​ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ສູ່​ລະດັບ​ໃໝ່​, ຂະ​ຫຍາ​ຍຕົວ​ແລະ​ເພີ່ມ​ທະວີ​ຕື່ມ​ອີກ, ​ເພື່ອສ້າງ​ຄວາມຜາສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ກຳປູ​ເຈຍ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງຈະ​ເຮັດ​ໃຫ້​ມິດຕະພາບ​ທີ່​​ເປັນມູນ​​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​​ແໜ້ນ​ແຟ້ນກວ່າ​ເກົ່າ​, ​ແລະ​ຈະ​​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​​ກ້າວ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ