ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ແຕ່ງ​ຕັ້ງທ່າ​ນອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ​ເປັນ​ເລຂາທິການ​ໃຫຍ່​ອົງກາ​ນສະຫະ​ປະຊາ​ຊາດ​ໃນຊຸດ​ໜ້າ
2016-10-14 16:27:14  cri 
ວັນ​ທີ 13 ຕຸລາ​ນີ້, ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ຜ່ານ​ມະຕິ, ​ແຕ່ງ​ຕັ້ງ ທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ອະດີດ​ນາຍົກລັດຖະມົນຕີບອກຕຸຍ​ການ, ອະດີດ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​​ເພື່ອຊາວ​ອົບ​ພະ​ຍົບ​ ຫຼື UNHCR ​ເປັນ​ເລຂາທິການ​ໃຫຍ່​ອົງກາ​ນສະຫະ​ປະຊາ​ຊາດ​​ໃນຊຸດ​ໜ້າ.

ທ່ານປິເຕີ ທອມ​ເຊິ​ນ ​, ປະທານ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 71 ​ເປັນ​ປະທານ​ພິທີ​ແຕ່ງ​ຕັ້ງ​ດັ່ງກ່າວ, ​ໂດຍຜູ້ຕາງໜ້າ​ປະ​ເທດ​ຕ່າງໆທີ່​ເຂົ້າ​ຮ່ວມໄດ້​ເຫັນ​ດີ​​ເປັນ​ເອກະ​ພາບ​ຕາມມະຕິ​ແຕ່ງ​ຕັ້ງດັ່ງກ່າວ.

ທ່ານ ອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ​ໄດ້​ກ່າວ​ຄຳ​ປາ​ໄສ​ຫຼັງ​ພິທີ​ແຕ່ງ​ຕັ້ງ, ​ໂດຍ​ໄດ້​ກ່າວ​ສະ​ແດງ​ຄວາມຂອບ​ໃຈ​ປະ​ເທດ​ສະມາຊິກ​ອົງການ​ສະຫະ​ປະຊາຊາດທີ່​ເຊື່ອ​ໝັ້ນ​ຕໍ່​ຕົນ. ​ແລະ​ສັນຍາ​ວ່າ​ຈະ​ເສີມ​ຂະຫຍາຍ​ບົດບາດສຳຄັນ​ຂອງ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໃນ​ການເປັນ​ຜູ້​ໄກ່​ເກ່ຍ, ຜູ້​​ຮຽກ​ປະ​ຊຸມ​ແລະ​ຜູ້​ຕິດ​ຕໍ່​ພົວພັນ​ແລະ​ອື່ນໆ. ຂະ​ນະ​ດຽວ​ກັນ​ກໍຈະ​ພະຍາຍາມ​ຊຸກຍູ້​ປະຕິບັດ​ວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ຊຸກຍູ້​ໃຫ້​ປະຊາ​ຄົມ​ໂລກ​ຮ່ວມ​ກັນ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​​ແກ່ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ