ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ບັງ​ກະລາ​ເດັດ
2016-10-15 14:42:49  cri 
ວັນ​ທີ 14 ຕຸລາ​ນີ້,ຢູ່​ນະຄອນຫຼວງ​ດາ​ກາ​ປະ​ເທດ​ບັງ​ກະລາ​ເດັດ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຊີຣິນ ຊາ​ມິນ ​ໂຊ​ດູຣີ ປະທານ​ສະພາ​ແຫ່ງຊາດ​ບັງ​ກະລາ​ເດັດ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ອົງການ​ນິຕິບັນຍັດ​ຈີນ-ບັງ​ກະລາ​ເດັດ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຈີນ​ຍ້ອງຍໍ​ຊົມ​ເຊີຍ​ສະພາ​ແຫ່ງ​ຊາດ​ບັງ​ກະລາ​ເດັດ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຂະຫຍາຍ​ສາຍ​ພົວພັນ​ກັບ​ຈີນ. ອົງການ​ນິຕິບັນຍັດ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ສົນທະນາ​ກັນ, ​ເປີດ​ກວ້າງ​ພື້ນຖານ​ປະຊາ​ມະຕິ​ເພື່ອ​ໃຫ້​ສອງ​ປະ​ເທດເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ທາງ​ການ​ເມືອງ​ແລະ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ, ທັງ​ສະໜອງ​ການ​ຄ້ຳປະ​ກັນ​ທາງ​ກົດໝາຍ​ໃຫ້​ແກ່​ການ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ,​ເສດຖະກິດ​ການ​ຄ້າ,ວັດທະນະທຳ​ແລະ​ອື່ນໆ.

ທ່ານ​ໂຊ​ດູຣີຢືນຢັນ​ວ່າ ການ​ມາ​ຢ້ຽມຢາມບັງ​ກະລາ​ເດັດ​ຂອງ​ທ່ານ​ປະທານ​ສີ​ຈິ້ນຜິ​ງ​ເທື່ອ​ນີ້​ເປັນ​ຂີດ​ໝາຍ​ໃນ​ປະຫວັດ​ສາຍ​ພົວພັນບັງ​ກະລາ​ເດັດ-ຈີນ ​ເຊິ່ງຈະ​ຍົກ​ສາຍ​ພົວພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່. ​ໃນ​ຂະ​ບວນການບັນລຸແຜນ​ພັດທະນາ​ປະ​ເທດ​ຊາດ, ບັງ​ກະລາ​​ເດັດຫວັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ຄ້າ,ການ​ລົງທຶນ,ພື້ນຖານ​ໂຄງ​ລ່າງ​ແລະ​ອື່ນໆ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".ຂະນະ​ດຽວ​ກັນສະພາ​ແຫ່ງ​ຊາດ​ບັງ​ກະລາ​ເດັດ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ລະຫວ່າງ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມຂະຫຍາຍ​ສາຍ​ພົວພັນ​ບັງ​ກະລາ​ເດັດ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ