ກະຊວງ​ການ​ຕ່າງປະ​ເທດ​ຈີນ: ຫວັງ​ວ່າ​ອົງການ​ສະຫະ​ປະຊາ​ຊາດ​​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ໄລຍະ​ທີ່​ທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​
2016-10-15 14:37:11  cri 
​ໃນກອງ​ປະຊຸມ​ຖະ​ແຫຼງຂ່າ​ວທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ຕຸລາ​ນີ້, ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​ອົງການ​ສະຫະ​ປະຊາ​ຊາດ​ສາມາດ​ຈະເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ​ສາກົນ, ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ແລະ​ອື່ນໆໃນ​ໄລຍະ​ທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ​ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​.

ທ່ານ​ເກິ​ງສວາງ​ກ່າວ​ວ່າ, ຈີນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ອະດີດ​ນາຍົກລັດຖະມົນຕີບອກຕຸຍ​ການ, ອະດີດ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​​ເພື່ອຊາວ​ອົບ​ພະ​ຍົບ​ ຫຼື UNHCR ​​ໄດ້​ຮັບ​ເລືອກຕັ້ງ​ເປັນ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ໜ້າ. ທ່ານ​ກ່າວ​ວ່າ, ​ທ່ານ​ກູ​ເທີ​ເຣສ໌ ມີ​ບົດຮຽນ​ອັນ​ສົມບູນ​ແລະ​ຄວາມ​ສາມາດ​ດີ​ເດັ່ນ, ຮູ້​ວຽກ​ງານ​ສາກົນ​ເປັນ​ຢ່າງ​ດີ, ​ແມ່ນ​ຜູ້​ເໝາະກັບ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ໜ້າ. ພວກ​ເຮົາ​ມີ​ຄວາມ​ຫວັງ​ແລະ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​, ອົງການ​ສະຫະ​ປະຊາ​ຊາດ​ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ​ຂອງ​​ໂລກ, ຊຸກຍູ້​ກາ​ນພັດທະນາ​ຮ່ວມ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ສາກົນ, ສ້າງສາ​ຍພົວພັນ​ສາກົນ​ແບບ​ໃໝ່ທີ່​ຖືການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ໃຈກາງ​ແລະ​ສ້າງ​ປະຊາ​ຄົມຮ່ວມ​ຊະ​ຕາ​ກຳ​​ຂອງ​ມະນຸດ.

ທ່ານ​ເກິ​ງສວາງ​ກ່າວ​ວ່າ: "​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ຖາວອນ​ສະພາ​ຄວາມ​ໝັ້ນຄົງ​ແລະ​ປະ​ເທດ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ, ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ແລະ​ປະສານ​ສົມທົບ​ກັບ​ວຽກ​ງານ​ຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ