ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ
2016-10-16 14:41:33  cri 


(ທ່ານສີຈິ້ນຜິງ ພົບປະທ່ານປູຕິນ)




ວັນ​ທີ 15 ຕຸລາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ ສປ ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວຼາດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ຢູ່​ ​ເມືອງ​ໂກ​ອາ​ ປະ​ເທດ​ອິນ​ເດຍ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຈີນ​ແລະຣັດ​ເຊຍ​ແມ່ນ​ປະ​ເທດ​ມົນຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​​ເປັນປະ​ເທດ​ທີ່ຕະຫຼາດ​ຈະ​ເລີ​ນ​ໃໝ່​ທີ່​ສຳຄັນ, ຄວນ​ຮັກສາ​ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນພາຍ​ໃນ​ຂອບ​ຫຼາຍ​ຝ່າຍ​ເຊັ່ນ: ອົງການ​ສະຫະ​ປະຊາ​ຊາດ, ອົງການ​ຮ່ວມ​ມື​ຊຽງ​ໄຮ້ ​ແລະ​ອົງການ​ປະ​ເທດ ບຣິກສ (​ເບຼຊິນ, ຣັດ​ເຊຍ, ອິນ​ເດຍ, ຈີນ ​ແລະ​ອາ​ຟຣີກາ​ໃຕ້) ​ເພື່ອ​ຊຸກຍູ້​ໃຫ້​ລະບຽບ​ການ​ສາກົນ​ເດີນ​ໄປຕາມ​ທິດ​ທີ່​​ເປັນ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ທີ່​​ເປັນຕະຫຼາດ​ຈະ​ເລີ​ນ​ໃໝ່ ​ແລະ​ບັນດາ​ປະ​ເທດ​ ​ພວມ​ພັດ​ມະ​ນາ. ​ໃນ​ກອງ​ປະຊຸມ​ສອດ​ຍຸດ ​ກຸ່ມ G20ທີ່​ໄຂ​ຂຶ້ນ​ຢູ່​​ເມືອງ​ຫາງ​ໂຈ​ວຂອງ​ຈີນ​ໃນ​ເດືອນ​ຜ່ານ​ມາ ສອງ​ຝ່າຍ​ໄດ້​ພົບ​ປະກັນ​ຢ່າງ​ໄດ້​ຮັບ​ຜົນງານຫຼາຍ​ດ້ານ, ​ແລະ​ໄດ້​ບັນລຸ​ຄວາມ​​ເຫັນທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ຊຸ​ກຍູ້​​ກາ​ນພົວພັນ​ຄູ່​ຮ່ວມ​ມື​ແລະ​ປະສານ​ງານຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ. ສະ​ນັ້ນ ສອງ​ຝ່າຍ​ຕ້ອງ​ເລັ່ງລັດ​ຊຸກຍູ້​ແລະ​ຜັນ​ຂະຫຍາຍ​ໝາກຜົນ​ທີ່​ກ່ຽວຂ້ອງ.

ທ່ານ​ປູ​ຕິນກ່າວ​ວ່າ, ຈີນ​ແມ່ນ​ຄູ່​ເສດຖະກິດ​ທີ່​ສຳຄັນ​ຂອງຣັດ​ເຊຍ, ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ, ລົງ​​ເລິກ​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ພະລັງງານ, ພື້ນຖານ​ໂຄງ​ລ່າງ​ການຄົມມະນາຄົມ, ການ​ຜະລິດ​ດ້ານ​ການບິນ ​ແລະ​ການບິນ​ອະວະກາດ​ເປັນ​ຕົ້ນ. ຣັດ​ເຊຍ​ສະໜັບສະ​ໜູນ​ສະຫະພັນ​ເສດຖະກິດ​ເອີ​ລົບ-​ອາຊີ​​ເຊື່ອມ​ຕໍ່ແລະ​ຮ່ວມ​ມື​ກັບ​ຂໍ້​ລິ​ເລີ່​ມ​ແລວ​ເສດຖະກິດເສັ້ນທາງ​ສາຍ​ໄໝ.

ມື້​ດຽວ​ກັນ ຢູ່​ໂກອາ​ຂອງ​ອິນ​ເດຍ ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ, ທ່ານ​ບຼາຊັນ​ດາ ນາຍົກລັດຖະມົນຕີ​ເນ​ປານ ​ແລະ​ທ່ານ​ຈູ​ມາ ປະທານາທິບໍດີ​ອາ​ຝຣີກາ​ໃຕ້ນຳ​ອີກ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ